ວັນທີ 30 ສິງຫາ, ເວັບໄຊຂ່າວ Axios ຂອງອາເມລິກາ ໄດ້ລົງຂ່າວວ່າທ່ານ ຜູ້ອຳນວຍການອົງການສືບລາຊະການລັບສູນກາງ ອາເມລິກາ(CIA) John Ratcliffe ໄດ້ສະເໜີຈັດຕັ້ງການພົບປະສາມຝ່າຍລະຫວ່າງທ່ານປະທານາທິບໍດີ ລັດເຊຍ Vladimir Putin, ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ເພື່ອແນໃສ່ຊອກຫາມາດຕະການໃຫ້ແກ່ການປະທະກັນຢູ່ຢູແກຼນ. ແຫຼ່ງຂ່າວໃຫ້ຮູ້ວ່າ, ສະເໜີຂອງທ່ານ Ratcliffe ໄດ້ຍົກອອກມາໃນການເດີນທາງໄປປະຕິບັດງານຢູ່ ມົດສະກູ (ລັດເຊຍ), ໃນວັນທີ 25 ສິງຫາ, ທ່ານ Dmitry Peskov ໂຄສົກວັງ Kremlin ກໍ່ໄດ້ຢັ້ງຢືນກ່ຽວກັບການພົບປະລະຫວ່າງອົງການສືບຂ່າວສອງປະເທດ ແລະ ເອີ້ນວ່ານີ້ແມ່ນສັນຍານຕັ້ງໜ້າ. ທ່ານ Sergei Naryshkin ຜູ້ອຳນວຍການອົງການສືບຂ່າວການຕ່າງປະເທດ ສະຫະພັນ ລັດເຊຍ ກໍ່ໄດ້ຢັ້ງຢືນການພົບປະກັບທ່ານ Ratcliffe ຢູ່ມົດສະກູ ເພື່ອປຶກສາຫາລືກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງການເຄື່ອນໄຫວສືບຂ່າວ. ຕາມ Axios, ຝ່າຍອາເມລິກາ ໄດ້ແຈ້ງຂ່າວໄປຍັງທ່ານປະທານາທິບໍດີ ກ່ຽວກັບເນື້ອໃນການເຮັດວຽກຢູ່ມົດສະກູ ແລະ ແຜນການຈັດຕັ້ງການພົບປະລະຫວ່າງສາມການນຳອາເມລິກາ ລັດເຊຍ ຢູແກຼນ. ບັນດາເຈົ້າໜ້າທີ່ອາເມລິກາ ໃຫ້ຮູ້ວ່າຕື່ມອີກວ່າ, ທ່ານ Ratcliffe ໄດ້ປຶກສາຫາລືກ່ຽວກັບຄວາມສາມາດເລີ່ມຕົ້ນການເຈລະຈາສັນຕິພາບຄືນໃໝ່.






