ຂ່າວສານ

ຜູ້ອຳ​ນວຍ​ການ CIA ສະ​ເໜີ​ການ​ພົ​ບ​ປະ​ສາມ​ຝ່​າຍ ອາ​ເມ​ລິ​ກາ ລັດ​ເຊຍ ຢູ​ແກຼນ

ທ່ານ Dmitry Peskov ໂຄ​ສົກ​ວັງ Kremlin ກໍ່​ໄດ້​ຢັ້ງ​ຢືນ​ກ່ຽວ​ກັບ​ການ​ພົບ​ປະ​ລະ​ຫວ່າງ​ອົງ​ການສືບ​ຂ່າວ​ສອງ​ປະ​ເທດ ແລະ ເອີ້ນ​ວ່າ​ນີ້​ແມ່ນ​ສັນ​ຍານ​ຕັ້ງ​ໜ້າ.
  ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ Volodymyr Zelensky (ພາບ: VNA)  
ວັນ​ທີ 30 ສິງ​ຫາ, ເວັບ​ໄຊ​ຂ່າວ Axios ຂອງ​ອາ​ເມ​ລິ​ກາ ໄດ້​ລົງ​ຂ່າວ​ວ່າ​ທ່ານ ຜູ້​ອຳ​ນວຍ​ການ​ອົງ​ການ​ສືບ​ລາ​ຊະ​ການ​ລັບ​ສູນ​ກາງ ອາ​ເມ​ລິ​ກາ(CIA) John Ratcliffe ໄດ້​ສະ​ເໜີ​ຈັດ​ຕັ້ງ​ການ​ພົບ​ປະ​ສາມ​ຝ່າຍ​ລະ​ຫວ່າງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ Volodymyr Zelensky ເພື່ອ​ແນ​ໃສ່​ຊອກ​ຫາ​ມາດ​ຕະ​ການໃຫ້​ແກ່​ການ​ປະ​ທະ​ກັນ​ຢູ່​ຢູ​ແກຼນ. ແຫຼ່ງ​ຂ່າວ​ໃຫ້​ຮູ້​ວ່າ, ສະ​ເໜີ​ຂອງ​ທ່ານ Ratcliffe ໄດ້​ຍົກ​ອອກ​ມາ​ໃນ​ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຢູ່ ມົດ​ສະ​ກູ (ລັດ​ເຊຍ), ໃນ​ວັນ​ທີ 25 ສິງ​ຫາ, ທ່ານ Dmitry Peskov ໂຄ​ສົກ​ວັງ Kremlin ກໍ່​ໄດ້​ຢັ້ງ​ຢືນ​ກ່ຽວ​ກັບ​ການ​ພົບ​ປະ​ລະ​ຫວ່າງ​ອົງ​ການສືບ​ຂ່າວ​ສອງ​ປະ​ເທດ ແລະ ເອີ້ນ​ວ່າ​ນີ້​ແມ່ນ​ສັນ​ຍານ​ຕັ້ງ​ໜ້າ. ທ່ານ Sergei Naryshkin ຜູ້​ອຳ​ນວຍ​ການ​ອົງ​ການ​ສືບ​ຂ່າວ​ການ​ຕ່າງ​ປະ​ເທດ ສະ​ຫະ​ພັນ ລັດ​ເຊຍ ກໍ່​ໄດ້​ຢັ້ງ​ຢືນ​​ການພົບ​ປະ​ກັບທ່​ານ Ratcliffe ຢູ່​ມົດ​ສະ​ກູ ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ການ​ເຄື່ອນ​ໄຫວ​ສືບ​ຂ່າວ. ຕາມ Axios, ຝ່າຍ​ອາ​ເມ​ລິ​ກາ ໄດ້​ແຈ້ງ​ຂ່າວ​ໄປ​ຍັງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ກ່ຽວ​ກັ​ບ​ເນື້ອ​ໃນ​ການ​ເຮັດ​ວຽກ​ຢູ່ມົດ​ສະ​ກູ​ ແລະ ແຜນ​ການ​ຈັດ​ຕັ້ງ​ການ​ພົບ​ປະ​ລະ​ຫວ່າງ​ສາມ​ການ​ນຳ​ອາ​ເມ​ລິ​ກາ ລັດ​ເຊຍ ຢູ​ແກຼນ. ບັນ​ດາ​ເຈົ້າ​ໜ້າ​ທີ່​ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ​ຕື່ມ​ອີກວ່າ, ທ່ານ Ratcliffe ໄດ້​ປຶກ​ສາ​ຫາ​ລືກ່ຽວ​ກັບ​ຄວາມ​ສາ​ມາດ​ເລີ່ມ​ຕົ້ນ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ຄືນ​ໃໝ່.

top