• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດຫວຽດນາມຢ້ຽມຢາມ ແລະ ເຮັດວຽກຢູ່ລາວ

ຄະນະຜູ້ແທນຂັ້ນສູງຫວຽດນາມໂດຍທ່ານ ເຈີນກ໋ວກເວື້ອງ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດຫວຽດນາມເປັນຫົວໜ້າຄະນະໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ລາວແຕ່ວັນທີ 8 ຫາວັນທີ 10 ຕຸລາຕາມຄຳເຊີນຂອງທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກປະຊາຊົນປະຕິວັດລາວ, ຮອງປະທານປະເທດລາວ.

ທ່ານ ເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ຕ້ອນຮັບທ່ານ ເຈີນກ໋ວກເວື້ອງ ຜູ້ປະຈຳການຄະນະເລຂາສູນກາງພັກ

ຕອນບ່າຍ ວັນທີ 8 ສິງຫາ, ຢູ່ນະຄອນຫຼວງວຽງຈັນ, ທ່ານ ເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນຂັ້ນສູງຫວຽດນາມ.

    ທ່ານ ເຈີນກ໋ວກເວື້ອງ ຢືນຢັນວ່າ ຫວຽດນາມຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອພ້ອມກັບລາວເພີ່ມພຸນຄູນສ້າງສາຍພົວພັນສາມັກຄີແບບພິເສດຫວຽດນາມ-ລາວ ແລະ ສືບທອດໃຫ້ຄົນລຸ່ນຫຼັງ.

ສ່ວນ ທ່ານ ເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ປະຊາຊົນສືບຕໍ່ຍາດໄດ້ບັນດາຜົນງານໃໝ່ທີ່ຍິ່ງໃຫຍ່ກ່ວາເກົ່າໃນກິດຈະການປ່ຽນແປງໃໝ່, ສູ້ຊົນນຳຫວຽດນາມກາຍເປັນປະເທດອຸດສາຫະກຳຕາມທິດທັນສະໄໝ.

   ໃນວັນດຽວກັນ, ຄະນະຜູ້ແທນຂັ້ນສູງຫວຽດນາມໄດ້ມີການເຈລະຈາກັບ ຄະນະຜູ້ແທນຂັ້ນສູງລາວໂດຍທ່ານ ທ່ານ ພັນຄຳ ວິພາວັນເປັນຫົວໜ້າຄະນະ. ພາຍຫຼັງການເຈລະຈາ, ທັງ 2 ທ່ານໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈການຮ່ວມມືລະຫວ່າງກະຊວງກໍ່ສ້າງຫວຽດນາມ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງລາວ.

(ແຫຼ່ງຄັດຈາກ VOV)


ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top