• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜູ້ບັນຊາການດ້ານການທະຫານຂອງຄະນະປະຕິບັດງານ ຊູດັງໃຕ້ ມີຄວາມປະທັບໃຈຕໍ່ກອງທັບປະຊາຊົນ ຫວຽດນາມ

ທ່ານພົນຕີ Mohan Subramanian, ບັນຊາການດ້ານການທະຫານຂອງ UNMISS, ຊູດັງໃຕ້ ໄດ້ສະແດງຄວາມປະທັບໃຈຕໍ່ປະຫວັດສາດແຫ່ງການຕໍ່ສູ້ປະຕິວັດຂອງກອງທັບປະຊາຊົນ ຫວຽດນາມ.
ທ່ານພົນຕີ Mohan Subramanian ມອບໃບຍ້ອງຍໍໃຫ້ ທ່ານນາງຮ້ອຍໂທ ຫງວຽນທິແທັງຮັ່ງ (ພາບ: ໂຮງໝໍກາງສະໜາມຊັ້ນ 2 ເລກ 5)

ເນື່ອງໃນໂອກາດສະເຫຼີມສະຫຼອງ 79 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ (22 ທັນວາ 1944 – 22 ທັນວາ 2024), ໂຮງໝໍກາງສະໜາມຊັ້ນ 2 ເລກ 5 ເຂົ້າຮ່ວມຄະນະປະຕິບັດງານ ຮັກສາສັນຕິພາບສະຫະປະຊາຊາດຢູ່ ຊູດັງໃຕ້ (UNMISS) ໄດ້ຈັດບັນດາການເຄື່ອນໄຫວແນະນຳ ກ່ຽວກັບປະເທດຊາດ ແລະ ຊາວ ຫວຽດນາມ, ກ່ຽວກັບມູນເຊື້ອຂອງ ກອງທັບປະຊາຊົນ ຫວຽດນາມ ຕໍ່ເພື່ອນມິດສາກົນ. ບັນດາການເຄື່ອນໄຫວໄດ້ສົ່ງສານເຖິງເພື່ອນມິດສາກົນ ກ່ຽວກັບຊາດ ຫວຽດນາມ ທີ່ສະໜິດສະໜົມ, ຮັກຫອມສັນຕິພາບ ແລະ ຢາກເປັນເພື່ອນກັບທຸກໆປະເທດໃນໂລກ.

ເນື່ອງໃນໂອກາດນີ້, ທ່ານພົນຕີ Mohan Subramanian, ບັນຊາການດ້ານການທະຫານຂອງ UNMISS, ຊູດັງໃຕ້ ໄດ້ມາຢ້ຽມຢາມ, ເຮັດວຽກ ແລະ ພົບປະແລກປ່ຽນກັບໂຮງໝໍກາງສະໜາມຊັ້ນ 2 ເລກ 5 ຂອງ ຫວຽດນາມ, ເນື່ອງໃນໂອກາດໄປປະຕິບັດເຖິງເຂດ Bentiu. ພາຍຫຼັງໄດ້ຮັບຟັງການແນະນຳມູນເຊື້ອຂອງ ກອງທັບປະຊາຊົນ ຫວຽດນາມ, ທ່ານໄດ້ສະແດງຄວາມປະທັບໃຈຕໍ່ປະຫວັດສາດແຫ່ງການຕໍ່ສູ້ປະຕິວັດ ຂອງກອງທັບປະຊາຊົນ ຫວຽດນາມ. ທ່ານຕີລາຄາສູງໝາກຜົນການເຄື່ອນໄຫວຂອງໂຮງໝໍກາງສະໜາມຊັ້ນ 2 ເລກ 5 ແລະ ກໍ່ຮັບຮູ້ການປະກອບສ່ວນຂອງຫົວໜ່ວຍເວົ້າລວມ ແລະ ຂອງກອງທັບປະຊາຊົນ ຫວຽດນາມ ເວົ້າສະເພາະເຂົ້າໃນການຮັກສາສັນຕິພາບສະຫະປະຊາຊາດ ຢູ່ຄະນະປະຕິບັດງານ UNMISS.

(ແຫຼ່ງຄັດຈາກ VOV)

ສ້າງ​ຕັ້ງ​ສະ​ໂມ​ສອນ​ເສື້ອ​ຍາວ ຫວຽດ​ນາມ ຢູ່ ລາວ

ສ້າງ​ຕັ້ງ​ສະ​ໂມ​ສອນ​ເສື້ອ​ຍາວ ຫວຽດ​ນາມ ຢູ່ ລາວ

ຕອນບ່າຍວັນທີ 09 ມີນາ, ຢູ່ນະຄອນຫຼວງ ວຽງຈັນ, ລາວ, ໄດ້ດຳເນີນພິທີສະເຫຼີມສະຫຼອງວັນແມ່ຍິງສາກົນວັນທີ 08 ມີນາ ແລະ ເປີດຕົວສະໂມສອນມໍລະດົກເສື້ອຍາວ ຫວຽດນາມ ຢູ່ ລາວ ພາຍໃຕ້ຫົວຂໍ້ “ເສື້ອຍາວ ຫວຽດນາມ - ເຊື່ອມຕໍ່ວັດທະນະທຳ, ແຜ່ກະຈາຍສີສັນ”.

Top