• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຜູ້ຕິດເຊື້ອ Covid-19 ຄົນທຳອິດຢູ່ ຫວຽດນາມ ໄດ້ອອກໂຮງໝໍ

ພາຍຫລັງຖືກແຍກຕົວອອກມາປິ່ນປົວຢູ່ຕ່າງຫາກຢູ່ໂຮງໝໍ ເຈີ້ເຣີຍ, ນະຄອນ ໂຮ່ຈີມິນ, ຕອນບ່າຍວັນທີ 12 ກຸມພາ, ລຸງ ຫຼີຢິງ, ອາຍຸ 66 ປີ, ແມ່ນຊາວ ຈີນ ໜຶ່ງໃນສອງຄົນຕິດເຊື້ອ Covid-19 ທຳອິດຢູ່ ຫວຽດນາມ ໄດ້ອອກໂຮງໝໍ.

 ຜູ້ຕິດເຊື້ອ Covid-19 ຄົນທຳອິດຢູ່ ຫວຽດນາມ ໄດ້ອອກໂຮງໝໍ

 ລຸງ ຫຼີຢິງ ພ້ອມກັບລູກຊາຍ ຫຼີຢາຍຈາວ (ອາຍຸ 28 ປີ) ເຂົ້າໂຮງໝໍ ເຈີ້ເຣີຍ ໃນວັນທີ 22 ມັງກອນ ທັງ 2 ຄົນລ້ວນແຕ່ຕິດເຊື້ອ Covid-19. ທີ່ການພິຈາລະນາຕົກລົງໃຫ້ອອກໂຮງໝໍ, ທ່ານ ຫຼີຢິງ ໄດ້ຂອບໃຈກະຊວງສາທາລະນະສຸກ, ໂຮງໝໍ ເຈີ້ເຣີຍ, ບັນດາແພດໝໍໄດ້ເບິ່ງແຍງດູແລ, ປິ່ນປົ່ວໃຫ້ລາວ. ລຸງ ຫຼີຢິງ ເນັ້ນໜັກວ່າ ນີ້ແມ່ນຄວາມຜູກພັນຮັກໄຄ່ຢ່າງເລິກເຊິ່ງ, ແມ່ນອະນຸສອນທີ່ໜ້າຈົດຈຳ ທີ່ບໍ່ອາດຫຼົງລືມໄດ້ ເມື່ອເຕື້ອງເຖິງປະເທດ ແລະ ປະຊາຊົນ ຫວຽດນາມ.

        ແລະກໍ່ໃນເຫດການທີ່ກ່ຽວຂ້ອງ, ຕາມແຜນການແລ້ວ, ນະຄອນ ດ່າໜັງ ຈະຮັບເອົາພົນລະເມືອງ ຫວຽດນາມ ປະມານ 250 ຄົນທີ່ກັບຄືນມາຈາກ ຈີນ ແລະ ບັນດາປະເທດອື່ນທີ່ເກີດເຊື້ອພະຍາດອັກເສບປອດໂດຍໄວຣັດ Covid-19.

        ຕາມນັ້ນແລ້ວ, ພາຍຫລັງຕ້ອນຮັບຢູ່ສະໜາມບິນສາກົນ ດ່າໜັງ ແລ້ວ, 250 ຄົນຈະໄດ້ສົ່ງຢູ່ສູນສາທາລະນະສຸກເມືອງ ຮ່ວາວາງ ເພື່ອຕິດຕາມເບິ່ງອາການ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເຮັດ​ວຽກ​ຢູ່​ແຂວງ ຮ່າ​ຢາງ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເຮັດ​ວຽກ​ຢູ່​ແຂວງ ຮ່າ​ຢາງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ແຂວງ ຮ່າຢາງ ຮັບປະກັນຄວາມສົມດຸນ, ການສະໜິດຕິດພັນລະຫວ່າງການພັດທະນາເສດຖະກິດ - ວັດທະນະທຳ - ສັງຄົມ.

Top