• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປ​ະ​ຊ​າ​ຊົນ​ຊາວ ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ ແມ່ນເລືອດ​ເນື້ອ ແລະ ແມ່ນ​ພາກ​ສ່ວນ​ໜຶ່ງ​​ທີ່​ບໍ່​ອາດ​ຕັດ​ແຍກ​ອອກ​ຈ​າກຊາດ ຫວຽດ​ນາມໄດ້

ເພື່ອໃຫ້ ຫວຽດນາມ ມີທີ່ຕັ້ງບົດບາດຄືນໃນປັດຈຸບັນ ແລະ ເພື່ອໃຫ້ການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ພັດທະນາຢ່າງດີງາມ ແມ່ນບໍ່ອາດຂາດໄດ້ການປະກອບສ່ວນຢ່າງໃຫຍ່ຫຼວງຂອງພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ໃນນັ້ນ ມີພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສ ຢູ່ ນິວຢອກ ແລະ ບັນດາລັດອ້ອມຂ້າງ, ກໍຄືການສະໜັບສະໜູນ, ການຊ່ວຍເຫຼືອຢ່າງສຸດຈິດສຸດໃຈຂອງເພື່ອນມິດ ອາເມລິກາ.
  າຍການ “ບຸນເຕັດວົງຄະນະຍາດ - ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ 2023” (ພາບ: ນັກຂ່າວ VOV ປະຈຳ ອາເມລິກາ)  

ປະຊາຊົນຊາວ ຫວຽດນາມ ຢູ່ຕ່າງປະເທດ ແມ່ນເລືອດເນື້ອ ແລະ ແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກຊາດ ຫວຽດນາມ ໄດ້ ນີ້ແມ່ນຄຳຢັ້ງຢືນຂອງທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ໃນລາຍການ “ບຸນເຕັດວົງຄະນະຍາດ - ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ 2023” ໂດຍ ຄະນະຜູ້ຕາງໜ້າ ຫວຽດນາມ ປະຈໍາ ສປຊ ແລະ ສະຖານກົງສູນ ຫວຽດນາມ ປະຈຳນະຄອນ ນິວຢອກ (ອາເມລິກາ) ຈັດຂຶ້ນໃນວັນທີ 14 ມັງກອນ. ທ່ານຢັ້ງຢືນວ່າ ເພື່ອໃຫ້ ຫວຽດນາມ ມີທີ່ຕັ້ງບົດບາດຄືນໃນປັດຈຸບັນ ແລະ ເພື່ອໃຫ້ການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ພັດທະນາຢ່າງດີງາມ ແມ່ນບໍ່ອາດຂາດໄດ້ການປະກອບສ່ວນຢ່າງໃຫຍ່ຫຼວງຂອງພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ໃນນັ້ນ ມີພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສ ຢູ່ ນິວຢອກ ແລະ ບັນດາລັດອ້ອມຂ້າງ, ກໍຄືການສະໜັບສະໜູນ, ການຊ່ວຍເຫຼືອຢ່າງສຸດຈິດສຸດໃຈຂອງເພື່ອນມິດ ອາເມລິກາ. ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ ລັດ ຫວຽດນາມ ຍາມໃດກໍສະຫງວນນະໂຍບາຍທີ່ສະດວກທີ່ສຸດ, ນ້ຳໃຈດີງາມທີ່ສຸດສຳລັບພໍ່ແມ່ພີ່ນ້ອງ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໝົດທຸກຄົນ.

ບຸນເຕັດວົງຄະນະຍາດ - ລະດູບານໃໝ່ແຫ່ງບ້ານເກີດເມືອງນອນປີນີ້ ມີການເຂົ້າຮ່ວມຂອງພໍ່ແມ່ພີ່ນ້ອງກວ່າ 500 ຄົນ ທີ່ພວມອາໄສຢູ່ລັດຕ່າງໆຢູ່ ອາເມລິກາ, ເພື່ອນມິດຊາວ ອາເມລິກາ ຊ່ວຍເຫຼືອ ຫວຽດນາມ ແລະ ມີສາຍສຳພັນກັບຄະນະ ນັບແຕ່ມືິ້ສ້າງຕັ້ງທຳອິດ, ນັກຮຽນ, ນັກສຶກສາ, ພ້ອມດ້ວຍຄອບຄົວພະນັກງານ, ລັດຖະກອນຂອງອົງການຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ແລະ ຢູ່ນະຄອນ ນິວຢອກ.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top