• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປ່ຽນແປງໃໝ່ ແລະ ດັດປັບໃຫ້ແທດເໝາະກັບການເບິ່ງແຍງດູແລໃຫ້ເດັກໃນສະພາບເກີດໂລກລະບາດ

ໂລກລະບາດໂຄວິດ-19 ພວມມີການຜັນແປທີ່ສັບສົນໃນວົງກວ້າງເຮັດໃຫ້ການເຄື່ອນໄຫວເບິ່ງແຍງດູແລເດັກໃນໂອກາດນີ້ຖືກຈຳກັດ.
(ອຳນາດການປົກຄອງນະຄອນ ຫາຍເຢືອງ  ມອບຂອງຂວັນໃຫ້ເດັກຢູ່ເຂດແຍກຕົວ, ຈຳກັດບໍລິເວນຢູ່ນະຄອນ ຫາຍເຢືອງ)

ວັນເດັກສາດົນ 01 ມິຖຸນາ 2021 ຖືກກັບຈຸດເວລາໂລກລະບາດໂຄວິດ-19 ມີການຜັນແປຢ່າງສັບສົນ. ເຖິງວ່າບໍ່ໄດ້ຈັດການເຄື່ອນໄຫວເຕົ້າໂຮມກັນລະຫຼິ້ນຍ້ອນໂລກລະບາດໂຄວິດ-19 ມີການຜັນແປຢ່າງສັບສົນກໍ່ຕາມ, ແຕ່ຈາກຂັ້ນສູນກາງ ແລະ ລົງຮອດທ້ອງຖິ່ນລ້ວນແຕ່ມີການປ່ຽນແປງໃໝ່ຢ່າງແທດຈິນການເບິ່ງແຍງດູແລເດັກ, ໂດຍສະເພາະແມ່ນພວກເດັກທີ່ປະສົບກັບຄວາມຫຍຸ້ງຍາກ, ເດັກຢູ່ເຂດແຍກຕົວຍ້ອນໂຄວິດ-19. ຜ່ານນັ້ນ, ປະກອບສ່ວນສ້າງບັນຍາກາດທີ່ອົບອຸ່ນ, ເຕັມໄປດ້ວຍຄວາມຮັກແພງໃນວັນເດັກສາກົນ ແລະ ຮັບປະກັນຄວາມປອດໄພໃນວຽກງານປ້ອງກັນ, ຕ້ານໂລກລະບາດ.

        ວັນເດັກສາກົນປີ 2021 ແມ່ນພິເສດທີ່ສຸດສຳລັບເດັກຫຼາຍຄົນຢູ່ເຂດແຍກຕົວ, ຈຳກັດບໍລິເວນຢູ່ນະຄອນ ຫາຍເຢືອງ. ມີເດັກນັບຮ້ອຍຄົນຢູ່ນະຄອນນີ້ຕ້ອນຮັບວັນເດັກສາກົນ 01 ມິຖຸນາ ໃນ 12 ເຂດຈຳກັດບໍລິເວນ.

        ເອື້ອຍ ຫງວຽນທູຈາງ ຢູ່ຖະໜົນ ຟ້າມຮົ່ງທ໊າຍ, ນະຄອນ ຫາຍເຢືອງ ໃຫ້ຮູ້ວ່າ: ປີນີ້, ຍ້ອນຢູ່ໃນເຂດຖືກຈຳກັດບໍລິເວນ ສະນັ້ນເອື້ອຍ ຈາງ ພຽງແຕ່ຮຽກການຊ່ວຍເຫຼືອຈາກກຳລັງເວນຍາມຊື້ຂອງກິນ ແລະ ຂອງຂວັນນ້ອຍໆເພື່ອມອບໃຫ້ລູກຂອງຕົນ.

        “ພວກເດັກຖືກເສຍປຽບຍ້ອນບໍ່ໄດ້ໄປເຖິງເຂດລະຫຼິ້ນໃນໂອກາດນີ້, ບໍ່ໄດ້ຈັດການເຄື່ອນໄຫວຟົດຟື້ນຢູ່ນອກ, ຫາກພຽງແຕ່ຫຼິ້ນໃນເຮືອນເທົ່ານັ້ນ. ຂ້າພະເຈົ້າຫວັງວ່າ ໂລກລະບາດຈະຖືກຍູ້ຖອຍໂດຍໄວເພື່ອໃຫ້ພວກເດັກໄດ້ລະຫຼິ້ນຢ່າງມ່ວນຊື່ນ”.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top