• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປ່ຽນແປງໃໝ່ປະດິດຄິດສ້າງເພື່ອຄວາມຄາດຫວັງກ່ຽວກັບປະເທດ ຫວຽດນາມ ເຂັ້ມແຂງແຮງກ້າ

      ສູນ NIC ຈະກໍ່ສ້າງໃນເນື້ອທີ່ 35.000 ຕາແມັດ, ແມ່ນສະຖານທີ່ເຕົ້າໂຮມບັນດາວິສາຫະກິດ, ກຸ່ມບໍລິສັດເຕັກໂນໂລຊີໃຫຍ່ຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອຄົ້ນຄວ້າ, ທົດລອງຜະລິດຕະພັນຕາມມາດຕະຖານສາກົນ. 

ພິທີລົງມືກໍ່ສ້າງສູນປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດ (NIC) ພາບ: VGP
      ຕອນເຊົ້າວັນທີ 09 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ອອກຄຳສັ່ງລົງມືກໍ່ສ້າງສູນປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດ (NIC) ຢູ່ເຂດເຕັກໂນໂລຊີສູງຮ່ວາລາກ, ຮ່າໂນ້ຍ. ຄາດວ່າ ສູນ NIC ຈະກໍ່ສ້າງໃນເນື້ອທີ່ 35.000 ຕາແມັດ, ແມ່ນສະຖານທີ່ເຕົ້າໂຮມບັນດາວິສາຫະກິດ, ກຸ່ມບໍລິສັດເຕັກໂນໂລຊີໃຫຍ່ຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອຄົ້ນຄວ້າ, ທົດລອງຜະລິດຕະພັນຕາມມາດຕະຖານສາກົນ. ກ່າວຄຳເຫັນທີ່ພິທີລົງມືກໍ່ສ້າງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ:
        “ພວກເຮົາໄດ້ມີບາດກ້າວພັດທະນາ ແຕ່ແນ່ນອນວ່າ ໂລກຈະບໍ່ລໍຖ້າພວກເຮົາ. ສະນັ້ນ, ພວກເຮົາຕ້ອງປ່ຽນແປງໃໝ່ປະດິດຄິດສ້າງ, ຕ້ອງມີຄວາມຄາດຫວັງ ກ່ຽວກັບປະເທດ ຫວຽດນາມ ເຂັ້ມແຂງແຮງກ້າ ໃຫ້ປະກົດຜົນເປັນຈິງຢ່າງແຮງກ່ວາ. ເພື່ອປະຕິບັດເປົ້າໝາຍນີ້ ພວກເຮົາຕ້ອງອີງໃສ່ຄວາມຮູ້ດ້ານວິທະຍາສາດເຕັກໂນໂລຊີ ແລະ ພິເສດແມ່ນການປ່ຽນແປງໃໝ່ປະດິດຄິດສ້າງ. ນີ້ແມ່ນປັດໃຈສຳຄັນຂອງການເຕີບໂຕ. ດັດຊະນີການປ່ຽນແປງໃໝ່ປະດິດຄິດສ້າງທົ່ວໂລກຂອງ ຫວຽດນາມ ໃນຊຸມປິມໍ່ໆມານີ້ ໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ, ຫວຽດນາມ ຢືນອັນດັບທີ່ 42/141 ປະເທດ ແລະ ເຂດແຄວ້ນ. ນີ້ແມ່ນພື້ນຖານສຳຄັນແກ່ການປ່ຽນແປງໃໝ່ປະດິດຄິດສ້າງໃນໄລຍະຈະມາເຖິງ.
        ແລະກໍ່ໃນຕອນເຊົ້າວັນທີ 09 ມັງກອນ, ທີ່ເຂດເຕັກໂນໂລຊີສູງ ຮ່ວາລາກ ໄດ້ໄຂງານວາງສະແດງສາກົນກ່ຽວກັບການປ່ຽນແປງໃໝ່ປະດິດຄິດສ້າງຫວຽດນາມ 2021.
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top