• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປົກປ້ອງພົນລະເມືອງຫວຽດນາມໃນສະພາບເກີດໂລກລະບາດໂຄວິດ-19

      ໃນຊຸມປີຜ່ານມາ, ຈຳນວນຊາວຫວຽດນາມ ໄປຕ່າງປະເທດໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ມີຫຼາຍພາກສ່ວນ ໄດ້ວາງອອກບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍໃຫ້ແກ່ວຽກງານປົກປ້ອງພົນລະເມືອງ.
ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໂຕແອັງຢຸງ
(ພາບ: TTXVN)
      ໃນບົດຂຽນກ່ອນກ້າວເຂົ້າສູ່ບຸນເຕັດປີ 2021, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໂຕແອັງຢຸງ ໃຫ້ຮູ້ວ່າ: ໃນຊຸມປີຜ່ານມາ, ຈຳນວນຊາວຫວຽດນາມ ໄປຕ່າງປະເທດໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ມີຫຼາຍພາກສ່ວນ ໄດ້ວາງອອກບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍໃຫ້ແກ່ວຽກງານປົກປ້ອງພົນລະເມືອງ. ພິເສດ, ປີ 2020, ເມື່ອໂລກລະບາດໂຄວິດ-19 ແຜ່ລະບາດຂຶ້ນແບບບໍ່ເຄີຍມີມາກ່ອນ, ໄດ້ຮຽກຮ້ອງໃຫ້ວຽກງານປົກປ້ອງພົນລະເມືອງໄດ້ຍົກລະດັບຂຶ້ນສູ່ລະດັບສູງໃໝ່ ເມື່ອຫວຽດນາມ ຜັນຂະຫຍາຍການຊ່ວຍເຫຼືອພົນລະເມືອງຫວຽດນາມ ອາໄສຢູ່ຕ່າງປະເທດນັບພັນໆຄົນຮັບປະກັນຊີວິດການເປັນຢູ່, ປົກປ້ອງຊີວິດອິນຊີ, ສັບຊົມບັດ, ບັນດາສິດທິຜົນປະໂຫຍດອັນຊອບທຳຂອງພົນລະເມືອງ.
        ດ້ວຍຈິດໃຈຄືດັ່ງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເຄີຍເວົ້າວ່າ “ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ”, ບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມ, ອົງການຕ່າງໜ້າຫວຽດນາມ ປະຈຳຕ່າງປະເທດໄດ້ ແລະ ພວມສົມທົບກັບບັນດາບໍລິສັດການບິນຢູ່ພາຍໃນປະເທດ ແລະ ຕ່າງປະເທດຢ່າງແໜ້ນແຟ້ນ ເພື່ອຈັດບັນດາຖ້ຽວບິນສົ່ງພົນລະເມືອງຫວຽດນາມ ກັບເມືອປະເທດດ້ວຍຄວາມປອດໄພ.
        ທ່ານຮອງລັດຖະມົນຕີ ໂຕແອັງຢຸງ ເນັ້ນໜັກວ່າ, ໃນໄລຍະຈະມາເຖິງ, ວຽກງານນຳພົນລະເມືອງຫວຽດນາມ “ຖືກຕິດຄ້າງ” ຢູ່ຕ່າງປະເທດຈະໄດ້ຮັບການເພີ່ມທະວີ, ຍູ້ແຮງ, ມານະພະຍາຍາມຢ່າງສຸດຂີດ ເພື່ອຕ້ອບສະໜອງຄວາມມຸ່ງມາດປາດຖະໜາກັບເມືອປະເທດຢ່າງຊອບທຳຂອງພົນລະເມືອງ, ບົນພື້ນຖານເໝາະສົມກັບສະພາບການການຜັນແປຂອງໂລກລະບາດຢູ່ພາຍໃນ ແລະ ຕ່າງປະເທດ ກໍຄືຮັບປະກັນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ ແລະ ກຳລັງຄວາມສາມາດແຍກຕົວຢູ່ບັນດາທ້ອງຖິ່ນ.
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top