• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະແຫ່ງຊາດ ບົນພື້ນຖານເຄົາລົບກົດໝາຍສາກົນ

ໂດຍແມ່ນປະເທດມີທະເລ, ບັນຫາຄວາມໝັ້ນຄົງທະເລມີຄວາມໝາຍສຳຄັນພິເສດສຳລັບ ຫວຽດນາມ, ສົ່ງຜົນກະທົບຢ່າງໃຫຍ່ຫລວງເຖິງການພັດທະນາເສດຖະກິດທະເລ ແລະ ການຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ປົກປັກຮັກສາສັນຕິພາບຂອງປະເທດຊາດ. ພັກ, ລັດ ຫວຽດນາມ ໄດ້ກຳນົດວ່າ ການປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະ, ຮັກສາສະພາບແວດລ້ອມສັນຕິພາບ ແມ່ນປັດໄຈສຳຄັນເພື່ອໃຫ້ ຫວຽດນາມ ພັດທະນາຢ່າງໝັ້ນຄົງ.
ເຮືອນຍາມ DK1. Ảnh: VOV

ທະເລ, ໝູ່ເກາະ ແມ່ນພາກສ່ວນຫນຶ່ງຂອງອະທິປະໄຕທີ່ສັກກະລະບູຊາຂອງຫວຽດນາມ ເຊິ່ງບໍ່ອາດຕັດແຍກອອກ,  ບໍ່ໃຫ້ລ່ວງລ້ຳຢ່າງເດັດຂາດ. ການປົກປັກຮັກສາປະເທດຊາດ ເວົ້າລວມ, ເດັດດ່ຽວ, ຢຶດໝັ້ນຕໍ່ສູ້ປົກປັກຮັກສາອະທິປະໄຕ, ຮັບປະກັນຄວາມສະຫງົບປອດໄພ ແລະ ຜົນປະໂຫຍດຂອງຊາດຢູ່ບັນດາເຂດທະເລ, ໝູ່ເກາະເວົ້າສະເພາະ ແມ່ນຫນ້າທີ່ຂອງທັງລະບົບການເມືອງ ແລະ ຂອງທົ່ວປວງຊົນໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຫວຽດນາມ ສັງຄົມນິຍົມ.

ໃນຊຸມປີຜ່ານມາ, ລະບົບທັດສະນະຂອງພັກ ກ່ຽວກັບການປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະໄດ້ປັບປຸງສຳເລັດ ແລະ ພັດທະນາ. ກອງປະຊຸມຄັ້ງທີ 4 ຂອງຄະນະບໍລິຫານງານສູນກາງພັກ ຊຸດທີ X ໄດ້ຮັບຮອງເອົາມະຕິເລກທີ 09 ມຕ/ສກ ລົງວັນທີ 9/2/2007 ວ່າດ້ວຍຍຸດທະສາດທະເລ ຫວຽດນາມ ຮອດປີ 2020, ໃນນັ້ນກຳນົດ “ສູ້ຊົນນຳຫວຽດນາມ ກາຍເປັນປະເທດເຂັ້ມແຂງດ້ານທະເລ, ຮັ່ງມີຈາກທະເລ, ຮັບປະກັນຄວາມໝັ້ນແກ່ນອະທິປະໄຕ, ອຳນາດອະທິປະໄຕແຫ່ງຊາດບົນທະເລໝູ່ເກາະ”

ກອງປະຊຸມຄັ້ງທີ 8 ຄະນະບໍລິຫານງານສູນກາງພັກຊຸດທີ XII ໄດ້ປະກາດໃຊ້ມະຕິເລກທີ 36-ມຕິ/ ສກ ລົງວັນທີ 22/10/2018  ກ່ຽວກັບ “ຍຸດທະສາດພັດທະນາເສດຖະກິດທະເລ ຮອດປີ 2030  ວິໄສທັດຮອດປີ 2045 ແບບຍືນຍົງ” ໄດ້ກຳນົດ: “ຫວຽດນາມ ຕອ້ງກາຍເປັນປະເທດເຂັ້ມແຂງດ້ານທະເລ, ຮັ່ງມີຈາກທະເລ, ພັດທະນາແບບຍືນຍົງ, ວັດທະນາຖາວອນ, ໝັ້ນຄົງ ແລະ ປອດໄພ; ພັດທະນາເສດຖະກິດທະເລແບບຍືນຍົງຕິດພັນກັບການຮັບປະກັນການປ້ອງກັນຊາດປ້ອງກັນຄວາມສະຫງົບ, ຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ”

ຕໍ່ຈາກນັ້ນ ກອງປະຊຸມໃຫຍ່ຄັ້ງທີ XIII, ພັກກອມມູນິດ ຫວຽດນາມອີກຄັ້ງຫນຶ່ງໄດ້ຢືນຢັນວ່າ: “ເດັດດ່ຽວ, ຢຶດໝັ້ນຕໍ່ສູ້ປົກປັກຮັກສາເອກະລາດ, ອະທິປະໄຕຢ່າງໝັ້ນຄົງ, ເປັນເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ, ເຂດນ່ານຟ້າ, ເຂດທະເລ; ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອພັດທະນາ”

ບັນດາເອກະສານດັ່ງກ່າວສະແດງໃຫ້ເຫັນວ່າ ພັກ ແລະລັດ ຫວຽດນາມ ຍາມໃດກໍ່ມີຄວາມຮັບຮູ້ຢ່າງເລິກເຊິ່ງຕໍ່ທີ່ຕັ້ງບົດບາດ, ຄວາມສຳຄັນພິເສດຂອງທະເລ, ໝູ່ເກາະ ແມ່ນພື້ນຖານເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວປົກປັກຮັກສາອະທິປະໄຕທະເລໝູ່ເກາະໃນພຶດຕິກຳຕົວຈິງ.

ເຄົາລົບບັນດາຂໍ້ກຳນົດຂອງກົດໝາຍ ແລະ ຫລັກການການພົວພັນກັບສາກົນ

ໃນວິວັດການປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະແຫ່ງຊາດຢ່າງໝັ້ນຄົງ, ຍາມໃດ ຫວຽດນາມ ກໍ່ເຄົາລົບ, ປະຕິບັດຕາມບັນດາຂໍ້ກຳນົດຂອງກົດໝາຍ ແລະ ຫລັກການສາກົນ.

ໂດຍແມ່ນປະເທດສະມາຊິກຂອງ ສະຫະປະຊາຊາດ ທີ່ໄດ້ເຂົ້າຮ່ວມລົງນາມໃນສົນທິສັນຍາ ສປຊ ກ່ຽວກັບກົດໝາຍທະເລປີ 1982 (UNCLOS 1982), ຫວຽດນາມ ຢຶດໝັ້ນເສັ້ນທາງແກ້ໄຂບັນຫາເກີດຂຶ້ນໂດຍສັນຕິວິທີ, ສະເໝີພາບ, ເຄົາລົບເຊິ່ງກັນແລະກັນ ເພື່ອຊອກຫາມາດຕະການພື້ນຖານ, ຍາວນານ, ຕອບສະຫນອງຜົນປະໂຫຍດອັນຊອບທຳຂອງທຸກຝ່າຍກ່ຽວຂ້ອງ.

ຫວຽດນາມ ຢຶດໝັ້ນຕໍ່ສູ້ໂດຍສັນຕິວິທີຢູ່ບັນດາເວທີປາໄສສາກົນ, ພາກພື້ນ ຜ່ານການແລກປ່ຽນຄະນະທຸກຂັ້ນໃນບັນດາຂົງເຂດ ການເມືອງ, ການທູດ; ເປັນເຈົ້າການ, ມີຄວາມອົດກັ້ນ, ບໍ່ມີການກະທຳເກາະຜິດ, ບໍ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ. ຫວຽດນາມ ກໍ່ສ້າງລະບົບບັນດາມາດຕະການໂດຍສັນຕິເພື່ອແກ້ໄຂຄວາມບໍ່ລົງລອຍກັນ, ການຂັດແຍ້ງກັນກັບບັນດາຝ່າຍ, ປະເທດທີ່ມີສ່ວນກ່ຽວຂ້ອງ.

ຫວຽດນາມ ກໍຖືເປັນສຳຄັນການຊຸກຍູ້ສ້າງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດກັບບັນດາຄູ່ຮ່ວມມື; ຍູ້ແຮງການຮ່ວມມືຫລາຍຝ່າຍໃນບັນດາຂົງເຂດຮັບປະກັນຄວາມໝັ້ນຄົງ, ຄົ້ນຄ້ວາວິທະຍາສາດ ເຕັກໂນໂລຊີ, ປ້ອງກັນ ຕ້ານອາດຊະຍາກຳທາງທະເລ.. ເພື່ອຮັກສາເຂດທະເລໃຫ້ມີຄວາມສັນຕິພາບ, ສະຖຽນລະພາບ, ມິດຕະພາບ ການຮ່ວມມື ແລະ ພັດທະນາ.

ກ່ຽວກັບສອງຝ່າຍ, ຕາມປື້ມປົກຂາວປ້ອງກັນຊາດ ຫວຽດນາມ ປີ 2019, ຫວຽດນາມ ໄດ້ລົງນາມໃນເອກະສານນິຕິກຳຫລາຍສະບັບວ່າດ້ວຍຊາຍແດນທາງທະເລກັບບັນດາປະເທດບ້ານໃກ້ຄຽງຄື: ກຳປູເຈຍ, ໄທ ແລະ ຈີນ. ຫວຽດນາມ ແມ່ນປະເທດເອກະລາດ, ມີອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ ລວມມີ: ດິນຕໍ່ແຜ່ນ, ເຂດນ່ານຟ້າ, ເຂດທະເລ, ແລະ ບັນດາໝູ່ເກາະ. ການປົກປັກຮັກສາປະເທດຊາດເວົ້າລວມ, ອະທິປະໄຕເຂດທະເລໝູ່ເກາະເວົ້າສະເພາະ ບົນພື້ນຖານເຄົາລົບກົດໝາຍສາກົນ ແມ່ນປັດໄຈສຳຄັນເພື່ອໃຫ້ຫວຽດນາມ ພັດທະນາຢ່າງໝັ້ນຄົງ.

(ແຫຼ່ງຄັດຈາກ VOV)

ຄົ້ນຫາປ່າ ອູມິງຮະ ຢູ່ແຫຼມ ກ່າເມົາ

ຄົ້ນຫາປ່າ ອູມິງຮະ ຢູ່ແຫຼມ ກ່າເມົາ

ປ່າອູມິງ ນອນຢູ່ເຂດທາງທິດຕາເວັນຕົກພາກໃຕ້ຈາກແມ່ນ້ຳ ອົງດົກ ທາງທິດໃຕ້ແຂວງ ກ່າເມົາ ຫາ ແມ່ນ້ຳ ກ໊າຍເລີ໊ນ ທາງທິດເໜືອແຂວງ ກຽນຢາງ. ສອງລຳແມ່ນ້ຳ ແຈ່ມແຈ້ມ ແລະ ກ໊າຍເຕົ່າ ປະສານເຂົ້າກັນແບ່ງແຍກປ່າອູມິງ ກາຍເປັນສອງສ່ວນເກືອບເທົ່າກັນ ນັ້ນແມ່ນປ່າ ອູມິງເທື້ອງ ຢູ່ທາງທິດເໜືອ ແລະ ປ່າອູມິງຮະ ຢູ່ທາງທິດໃຕ້. ປ່າອູມິງຮະ ມີຊື່ສຽງດ້ວຍທັດຊະນີຍະພາບທຳມະຊາດຮົກເຮື້ອພ້ອມກັບສັດພຶກສາຊາດທີ່ອຸດົມສົມບູນຫຼາຍຮູບຫຼາຍແບບ.

Top