• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປຸກລຸກກຳລັງແຮງຂອງປະຊາຊົນ, ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ

ປະຊາຊົນຢູ່ແຫ່ງນີ້ຈະສືບຕໍ່ສາມັກຄີກັນ, ມີຄວາມສະໜິດຕິດພັນ, ຮ່ວມແຮງຮ່ວມໃຈກັນສ້າງສາບ້ານເກີດເມືອງນອນ, ຍາມໃດກໍ່ສົມກັບເປັນແບບຢ່າງເປັນຕົວແທນຂອງຕາແສງບັນລຸມາດຕະຖານຊົນນະບົດໃໝ່ຍົກສູງ.

ປະຊາຊົນຢູ່ແຫ່ງນີ້ຈະສືບຕໍ່ສາມັກຄີກັນ, ມີຄວາມສະໜິດຕິດພັນ, ຮ່ວມແຮງຮ່ວມໃຈກັນສ້າງສາບ້ານເກີດເມືອງນອນ, ຍາມໃດກໍ່ສົມກັບເປັນແບບຢ່າງເປັນຕົວແທນຂອງຕາແສງບັນລຸມາດຕະຖານຊົນນະບົດໃໝ່ຍົກສູງ.

  ທ່ານນາງ ເຈືອງທິມາຍ ມອບຂອງຂວັນໃຫ້ພໍ່ແມ່ປະຊາຊົນເຜົ່າ ບານາ ຢູ່ບ້ານ ເວົາ (ພາບ: TTXVN)  

ເນື່ອງໃນໂອກາດວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ຕິດພັນກັບພິທີສະເຫຼີມສະຫຼອງ 92 ປີແຫ່ງວັນມູນເຊື້ອແນວໂຮມປະເທດຊາດ ຫວຽດນາມ (18 ພະຈິກ 1930 – 18 ພະຈິກ 2022), ການນຳພັກ, ລັດ ໄດ້ເຂົ້າຮ່ວມການເຄື່ອນໄຫວຕ່າງໆຢູ່ຫຼາຍທ້ອງຖິ່ນ.

        ວັນທີ 17 ພະຈິກ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດ ຫວຽດນາມ ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ກັບພໍ່ແມ່ປະຊາຊົນເຜົ່າ ບານາ ຢູ່ບ້ານ ເວົາ, ຕາແສງ ຈືອ໊າ, ແຂວງ ຢາລາຍ. ຢູ່ທີ່ນີ້, ທ່ານນາງ ເຈືອງທິມາຍ ພ້ອມກັບການນຳບັນດາກະຊວງ, ຂະແໜງການ ໄດ້ມອບເຮືອນແຫ່ງມະຫາສາມັກຄີ 10 ຫຼັງ, ຂອງຂວັນ, ທຶນສຶກສາ 60 ທຶນໃຫ້ແກ່ບັນດາຄອບຄົວ, ເດັກປະສົບກັບຄວາມຫຍຸ້ງຍາກ, ພ້ອມກັບຂອງຂວັນທີ່ມີມູນຄ່າອື່ນໆອີກ.

        ວັນທີ 17 ພະຈິກ, ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ເມືອງ ຮືງງວຽນ, ແຂວງ ເງະອານ, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ຫວັງວ່າ, ປະຊາຊົນຢູ່ແຫ່ງນີ້ຈະສືບຕໍ່ສາມັກຄີກັນ, ມີຄວາມສະໜິດຕິດພັນ, ຮ່ວມແຮງຮ່ວມໃຈກັນສ້າງສາບ້ານເກີດເມືອງນອນ, ຍາມໃດກໍ່ສົມກັບເປັນແບບຢ່າງເປັນຕົວແທນຂອງຕາແສງບັນລຸມາດຕະຖານຊົນນະບົດໃໝ່ຍົກສູງ. ທ່ານລັດຖະມົນຕີ ໂຕເລິມ ກໍ່ສະເໜີໃຫ້ກຳລັງຕຳຫຼວດທຸກຂັ້ນ ນັບແຕ່ຂັ້ນແຂວງ ຕະຫຼອດຮອດຂັ້ນຕາແສງ, ຂອງກຳແໜ້ນສະພາບການ; ກວດພົບຢ່າງທັນການ, ເປັນເສນາທິການ ແລະ ແກ້ໄຂບັນດາບັນຫາທີ່ເກີດຂຶ້ນຢູ່ຂັ້ນຮາກຖານຢ່າງມີປະສິດທິຜົນ; ຍາມໃດກໍ່ຮັກສາຄວາມສະຫງົບ, ຄວາມຜາສຸກໃຫ້ແກ່ປະຊາຊົນ.

        ແລະກໍ່ໃນວັນດຽວກັນ, ທ່ານ ຫງວຽນຈ້ອງເຫງັຍ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ເມືອງ ເຕິນເຈົາ, ແຂວງ ໄຕນິງ. ທ່ານ ຫງວຽນຮ່ວາບິ່ງ, ປະທານສານປະຊາຊົນສູງສຸດ ກໍ່ໄດ້ເຂົ້າຮ່ວມວັນບຸນດັ່ງກ່າວຢູ່ແຂວງ ລ້າງເຊີນ ເຊັ່ນດຽວກັນ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top