• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປຸກລະດົມບັ້ນເຄຶ່ອນໄຫວໂມງໜ່ວຍໂລກປີ 2018

ຕອນເຊົ້າວັນທີ 3 ກຸມພາ, ບັ້ນເຄຶ່ອນໄຫວໂມງໜ່ວຍໂລກປີ 2018 ໂດຍກະຊວງອຸດສາຫະກຳການຄ້າປຸກລະດົມຢູ່ນະຄອນຫຼວງຮ່າໂນ້ຍດ້ວຍສານທີ່ວ່າ : “ ມື້ນີ້ຂ້າພະເຈົ້າມີຊີວິດຂຽວງາມກ່ວາ ”.  

ບັ້ນເຄຶ່ອນໄຫວໂມງໜ່ວຍໂລກປີ 2018

ບັ້ນເຄຶ່ອນໄຫວດັ່ງກ່າວ ແມ່ນເພື່ອແນໃສ່ຈຸດປະສົງຂົນຂວາຍວົງຄະນະຍາດ, ວິສາຫະກິດ ແລະ ທົ່ວສັງຄົມປະຕິບັດບັນດາການເຄື່ອນໄຫວກ່ຽວກັບການປະຢັດໄຟຟ້າ, ປະຢັດພະລັງງານ, ຮັກສາສິ່ງແວດລ້ອມ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

    ທ່ານຈິ້ງກ໋ວກວູ້, ສັງກັດກະຊວງອຸດສາຫະກຳ-ການຄ້າ ຕີລາຄາວ່າ ຜ່ານການເຄື່ອນໄຫວໂຄສະນາ, ປະຊາຊົນໄດ້ມີສະຕິຄວາມຮັບຮູ້ຫຼາຍກ່ວາໃນການຮັກສາສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ທ່ານຈິ້ງກ໋ວກວູ້ ກ່າວວ່າ : 

    “ ເມື່ອຕີລາຄາປະສິດທິຜົນໃນການໂຄສະນາຂອງໂມງໜ່ວຍໂລກໃນຊຸມປີທີ່ຜ່ານມາ, ພວກຂ້າພະເຈົ້າຮັບຮູ້ວ່າ ໄດ້ມີຄວາມກ້າວໜ້າຫຼາຍພໍສົມຄວນຂອງບັນດາວິສາຫະກິດ, ສ່ວນບຸກຄົນ, ອົງການສຳນັກງານ. ສະຕິຄວາມຮັບຮູ້ຂອງບັນດາອົງການສຳນັກງານ, ວິສາຫະກິດ ແລະ ປະຊາຊົນໃນປະຈຸບັນ ພວມສູງກ່ວາຫຼາຍ. ຜ່ານນັ້ນ ເພື່ອເຫັນໄດ້ວ່າ ພວກເຮົາແຕ່ລະຄົນ ຕ່າງກໍພວມມຸ່ງໄປສູ່ສັງຄົມພັດທະນາຂຽວ ແລະ ຍືນຍົງ”

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ຕ້ານ​ການ​ເຜີຍ​ແຜ່, ມຸ່ງ​ໄປ​ເຖິງ​ການ​ລົບ​ລ້າງ​ອາ​ວຸດ​ນິວ​ເຄຼຍ ຢ່າງ​ສີ້ນ​ເຊີງ

ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ຕ້ານ​ການ​ເຜີຍ​ແຜ່, ມຸ່ງ​ໄປ​ເຖິງ​ການ​ລົບ​ລ້າງ​ອາ​ວຸດ​ນິວ​ເຄຼຍ ຢ່າງ​ສີ້ນ​ເຊີງ

ທ່ານເອກອັກຄະລັດຖະທູດ ຫງວຽນຈູງກຽນ, ຜູ້ວ່າການ, ຜູ້ຕາງໜ້າປະຈຳການ ຫວຽດນາມ ປະຈຳ IAEA, ຢັ້ງຢືນ ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ກ່ຽວກັບການສະໜັບສະໜູນການຕ້ານການເຜີຍແຜ່, ມຸ່ງໄປເຖິງການລົບລ້າງອາວຸດນິວເຄຼຍ ຢ່າງສີ້ນເຊີງ.

Top