• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປຸກລະດົມບັ້ນສັກວັກຊິນກັນໂຄວິດ - 19 ໃຫ້ແກ່ເດັກນ້ອຍໃນເກນອາຍຸແຕ່ 5 ຫາຕ່ຳກ່ວາ 12 ປີ ແລະ ຕອບສະໜອງ “ສັບປະດາສັກວັກຊິນ” ປີ 2022

ວັນທີ 14 ເມສາ, ຢູ່ນະຄອນ ຮະລອງ, ກະຊວງສາທາລະນະສຸກ ຫວຽດນາມ ແລະ ຄະນະກຳມະການປະຊາຊົນແຂວງ ກ໋ວາງນິງ ໄດ້ຈັດຕັ້ງພິທີປຸກລະດົມ ບັ້ນສັກວັກຊິນກັນໂຄວິດ - 19 ໃຫ້ແກ່ເດັກນ້ອຍໃນເກນອາຍຸແຕ່ 5 ຫາ ຕ່ຳກ່ວາ 12 ປີ ແລະ ຕອບສະໜອງ ສັບປະດາ ສັກວັກຊິນ ປີ 2022 ດ້ວຍຫົວຂໍ້ ວັກຊິນນຳເອົາຊີວິດທີ່ຍືນຍາວມາໃຫ້ທຸກຄົນ”.
  ພາຍຫຼັງພິທີປຸກລະດົມ, ການນຳກະຊວງສາທາລະນະສຸກ ແລະ ແຂວງກ໋ວາງນິງ ໄດ້ໄປກວດກາວຽກງານສັກວັກຊິນໃຫ້ແກ່ເດັກນ້ອຍຢູ່ໂຮງຮຽນມັດທະຍົມຕອນປາຍ ເຈິ່ນກວັດຕວານ   

ເຫດການນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວເພື່ອແນໃສ່ນຳເອົາສານກ່ຽວກັບຄວາມສຳຄັນຂອງເລື່ອງທຸກຄົນລ້ວນແຕ່ໄດ້ສັກວັກຊິນ, ພິເສດໃນສະພາບການໂລກລະບາດໂຄວິດ - 19, ບົດບາດຂອງອຳນາດການປົກຄອງທຸກຂັ້ນ, ສຳນັກງານ, ອົງການຈັດຕັ້ງສຳລັບການເຄື່ອນໄຫວສັກວັກຊິນກັນໂຄວິດ - 19, ຄວາມຮັບຜິດຊອບຂອງ ປະຊາຊົນໃນການເປັນເຈົ້າການ, ມີຄວາມຕື່ມຕົວໄປສັກວັກຊິນໃຫ້ຄົບ ແລະ ຖືກມືນັດ. ທ່ານຮອງລັດຖະມົນຕີກະຊວງ ສາທາລະນະສຸກ ຫວຽດນາມ ຫງວຽນເຈື່ອງເຊີນ ເນັ້ນໜັກວ່າ, ສຳລັບການສັກວັກຊິນກັນໂຄວິດ - 19, ປັດຈຸບັນອັດຕາສັກວັກຊິນເຂັມພື້ນຖານໃຫ້ແກ່ເປົ້າໝາຍທີ່ມີອາຍຸແຕ່ 12 ປີຂຶ້ນໄປ ຢູ່ ຫວຽດນາມ ຢູ່ໃນລະດັບສູງ ແລະ ພວມໄດ້ປະຕິບັດການສັກວັກຊິນເຂັມທີ 3 ໃຫ້ຜູ້ມີອາຍຸແຕ່ 18 ປີຂຶ້ນໄປໃຫ້ສຳເລັດຜົນ.

(ແຫຼ່ງຄັດຈາກ VOV)

ສື່ມວນຊົນ ໄທ ເນັ້ນໜັກເຖິງຄວາມໝາຍການຢ້ຽມຢາມ ຫວຽດນາມ ຂອງ ພະບາດສົມເດັດພຣະເຈົ້າມະຫາຊີວິດ ແຫ່ງລາຊະອານາຈັກໄທ

ສື່ມວນຊົນ ໄທ ເນັ້ນໜັກເຖິງຄວາມໝາຍການຢ້ຽມຢາມ ຫວຽດນາມ ຂອງ ພະບາດສົມເດັດພຣະເຈົ້າມະຫາຊີວິດ ແຫ່ງລາຊະອານາຈັກໄທ

ໜັງສືພິມ The Nation ໄດ້ສຸມໃສ່ຄວາມໝາຍຂອງການຢ້ຽມຢາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຄັ້ງການພົວພັນທາງການທູດ ລະຫວ່າງ ໄທ ແລະ ຫວຽດນາມ

Top