• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປຸກລະດົມການສົ່ງຂໍ້ຄວາມເພື່ອຄົນທຸກຍາກປີ 2019

      “ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ” ປີ 2019 ຜ່ານປະຕູຖານຂໍ້ມູນມະນຸດສະທຳແຫ່ງຊາດ 1400 - ເບີ 1408.

ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ
(ພາບ: 1400.vn)
      ຕອນເຊົ້າວັນທີ 19 ສິງຫາ, ຢູ່ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ສົມທົບກັບກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ແລະ ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ຈັດຕັ້ງບັ້ນຂົນຂວາຍບັນດາອົງການຈັດຕັ້ງ, ສ່ວນບຸກຄົນສົ່ງຂໍ້ຄວາມເພື່ອສະໜັບສະໜູນລາຍການ: “ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ” ປີ 2019 ຜ່ານປະຕູຖານຂໍ້ມູນມະນຸດສະທຳແຫ່ງຊາດ 1400 - ເບີ 1408. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ, ຫົວໜ້າຄະນະຊີ້ນຳສູນກາງບັນດາໂຄງການເປົ້າໝາຍແຫ່ງຊາດໄລຍະ 2016 – 2020, ໄດ້ເຂົ້າຮ່ວມ ແລະ ປຸກລະດົມການສົ່ງຂໍ້ຄວາມ “ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ” ປີ 2019.
ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້ ໃຫ້ຮູ້ວ່່າ:
        “ລາຍການປີນີ້ ຖືກຈັດຕັ້ງໄວກ່ອນ 2 ເດືອນ ເມື່ອທຽບໃສ່ຊຸມປີກ່ອນໆ ແລະຍິ່ງມີຄວາມໝາຍຫຼາຍຂຶ້ນ ເມື່ອຈັດຂຶ້ນກົງກັບວັນສະເຫຼີມສະຫຼອງວັນຮັບໄຊຊະນະຂອງການປະຕິວັດເດືອນສິງຫາ ແລະ ຂໍ່ານັບຮັບຕ້ອນວັນຊາດທີ 2 ກັນຍາ. ຫວັງວ່າ ລາຍການຈະນັບມື້ນັບໄດ້ແຜ່ຂະຫຍາຍໄປຢ່າງກວ້າງຂວາງ ແລະ ມີຂອບຂະໜາດໃຫຍ່ກວ່າ; ມີລັກສະນະມະນຸດສະທໍານັບມື້ນັບເລິກເຊິ່ງກວ່າ. ລາຍການຈະປະສົບຜົນສໍາເລັດ ແລະ ຂ້າພະເຈົ້າຫວັງວ່າ ຈໍານວນເງິນທີີ່ຂົນຂວາຍມາໄດ້ຈະເພິ້ມຂຶ້ນທົບ 5 – 10 ເທົ່າ”.
         ປະຕູຖານຂໍ້ມູນມະນຸດສະທຳແຫ່ງຊາດ 1400 ໄດ້ເປີດນັບແຕ່ເວລາ 0 ໂມງ 00 ນາທີຂອງວັນທີ 19 ສິງຫາ ຮອດເວລາ 24 ໂມງ 00 ວັນທີ 31 ທັນວາ 2019. ພິມ VNN n ສົ່ງເຖິງ 1408, ແຕ່ລະຂໍ້ຄວາມຈະສະໜັບສະໜູນຈຳນວນເງິນ 20.000 ດົ່ງ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top