• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປີ 2025, ຫາຍຟ່ອງ ຕ້ອງມີທີ່ຕັ້ງສຳຄັນຢູ່ອາຊີຕາເວັນອອກສ່ຽງໃຕ້

      ຕອນເຊົ້າວັນທີ 13 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ຄະນະສະມາຊິກສະພາແຫ່ງຊາດນະຄອນ ຫາຍຟ່ອງ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງນະຄອນ ຫາຍຟ່ອງ, ໃນນັ້ນ ມີຜູ້ມີສິດເລືອກຕັ້ງສະໂມສອນ ແບກດັງ. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ
      ​ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ ກົມການເມືອງສູນກາງພັກ ມີມະຕິເລກທີ 45 ກ່ຽວກັບການພັດທະນານະຄອນ ຫາຍຟ່ອງ. ຕາມນັ້ນແລ້ວ, ໃນອະນາຄົດ ຫາຍຟ່ອງ ຕ້ອງແມ່ນນະຄອນທັດທຽມພ້ອມກັບບັນດານະຄອນໃນພາກພື້ນ ອາຊີ ແລະ ຮອດປີ 2025 ຕ້ອງແມ່ນນະຄອນມີທີ່ຕັ້ງສຳຄັນຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວວ່າ:
        “ນະຄອນບັນລຸໄດ້ການເຕີບໂຕດ້ວຍລະດັບສູງສຸດຢູ່ພາຍໃນປະເທດ, ພັດທະນາພື້ນຖານໂຄງລ່າງຢ່າງແຮງທີ່ສຸດ. ເສດຖະກິດ ຫາຍຟ່ອງ ຕ້ອງມີການພັດທະນາບຸກທະລຸ, ຮອບດ້ານ. ການເກັບງົບປະມານສູງສຸດນັບແຕ່ກ່ອນມາຮອດປະຈຸບັນ. ຫາຍຟ່ອງ ຍັງພັດທະນາຫລາຍດ້ານ ກ່ຽວກັບການຊ່ວຍໜູນຊີວິດສັງຄົມ, ຊີວິດການເປັນຢູ່ຂອງປະຊາຊົນ, ເອົາໃຈໃສ່ເຖິງເປົ້າໝາຍຊ່ວຍໜູນຊີວິດສັງຄົມ, ຄົນທຸກຍາກ...ອາດເວົ້າໄດ້ວ່າ, ຮູບພາບການພັດທະນາຂອງ ຫາຍຟ່ອງ ແມ່ນຮູບພາບປະສົບຜົນສຳເລັດ ໃນອາຍຸການທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກຂອງປະເທດຊາດ ແລະ ນະຄອນ. ນັ້ນແມ່ນການສູ້ຊົນຢ່າງແຮງຂອງປະຊາຊົນນະຄອນ ພາຍໃຕ້ການນຳພາຂອງພັກ. ”
        ກ່ຽວກັບໜ້າທີ່ປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ພ້ອມກັບການພັດທະນາເສດຖະກິດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢືນຢັນວ່າ ເລື່ອງປະຕິບັດເປົ້າໝາຍຄວບຄູ່ບັນລຸໄດ້ໝາກຜົນຕັ້ງໜ້າ, ວົງເງິນສົ່ງອອກ-ນຳເຂົ້າ 2 ສົ້ນຂອງ ຫວຽດນາມ ເພີ່ມຂຶ້ນ ແລະ ເປັນຄັ້ງທຳອິດ ຫວຽດນາມ ສົ່ງອອກເກີນດຸນກ່ວາ 17 ຕື້ USD. ລັດຖະບານກໍ່ມີຂັ້ນຕອນເປີດປະຕູຢ່າງແໜ້ນແຟ້ນ, ບໍ່ປະໃຫ້ໂລກລະບາດໂຄວິດ-19 ແຜ່ລະບາດຈາກພາຍນອກເຂົ້າ ຫວຽດນາມ.
        ກ່ຽວກັບບັນຫາປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະຂອງປະເທດຊາດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ ຫວຽດນາມ ຈະສ້າງທະເລຕາເວັນອອກແຫ່ງສັນຕິພາບ, ມີຄວາມເສລີໃນການເດີນເຮືອ, ການບິນ, ປະຕິບັດກົດໝາຍສາກົນເປັນຢ່າງດີ, ພເສດແມ່ນປະຕິບັດຕາມເນື້ອໃນຈິດໃຈສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ໃຫ້ຖືກຕ້ອງ.
            ແລະໃນຕອນບ່າຍວັນທີ 13 ຕຸລາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ  ໄດ້ເຂົ້າຮ່ວມພິທີເປີດສະຫຼອງເສັ້ນທາງເຂົ້າເຂດອະນຸລັກເສົາໄມ້ ກາວກຸຍ, ຕາແສງ ລຽນເຄ, ເມືອງ ຖຸຍງວຽນ, ຫາຍຟ່ອງ ແລະ ເຂົ້າຮ່ວມພິທີລົງມືກໍ່ສ້າງໂຄງການລົງທຶນຳກໍ່ສ້າງ ເກົ່ກຢາວ.
(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມ​ິງ​ຈິງ ແລະ ທ່ານ​ຮອງ​ປະ​ທານ​າ​ທິ​ບໍ​ດີ ຕວັກ​ກີ ​ຖະ​ແຫຼງ​ຂ່າ​ວ​ສື່ມວນ​ຊົນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມ​ິງ​ຈິງ ແລະ ທ່ານ​ຮອງ​ປະ​ທານ​າ​ທິ​ບໍ​ດີ ຕວັກ​ກີ ​ຖະ​ແຫຼງ​ຂ່າ​ວ​ສື່ມວນ​ຊົນ

ຕອນບ່າຍວັນທີ 29 ພະຈິກ ຕາມເວລາທ້ອງຖິ່ນ, ຢູ່ຕວັກກີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານຮອງປະທານາທິບໍດີ ຕວັກກີ Cevdet Yilmaz ໄດ້ຖະແຫຼງຂ່າວສື່ມວນຊົນພາຍຫຼັງການເຈລະຈາ.

Top