• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປີ 2025, ກະ​ຊວງ​ອຸດ​ສາ​ຫະ​ກຳ - ການ​ຄ້າ ບັນ​ລຸ​ຄາດ​ໝາຍ​ການ​ຜະ​ລິດ​ອຸດ​ສາ​ຫະ​ກຳ​ເພີ່ມ​ຂຶ້ນ​ປະ​ມານ 9 – 10%

ປີ 2025, ດ້ວຍແງ່ຫວັງຫຼາຍຢ່າງ, ດັດຊະນີການຜະລິດອຸດສາຫະກຳຂອງຂະແໜງອຸດສາຫະກຳ - ການຄ້າສູ້ຊົນເພີ່ມຂຶ້ນປະມານ 9 – 10%.
ທ່ານນາງຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຟານທິຖັງ (ພາບ: VGP)

ໃນປີ 2024, ຂະແໜງອຸດສາຫະກຳ ແລະ ການຄ້າ ຍາດໄດ້ຫຼາຍຜົນງານໃນການເຄື່ອນໄຫວນຳເຂົ້າ - ສົ່ງອອກສິນຄ້າ ເຊິ່ງບັນລຸລະດັບສະຖິຕິປະມານ 800 ຕື້ USD, ເພີ່ມຂຶ້ນ 15% ເມື່ອທຽບໃສ່ປີກອ່ນ. ປີ 2025, ດ້ວຍແງ່ຫວັງຫຼາຍຢ່າງ, ດັດຊະນີການຜະລິດອຸດສາຫະກຳຂອງຂະແໜງອຸດສາຫະກຳ - ການຄ້າສູ້ຊົນເພີ່ມຂຶ້ນປະມານ 9 – 10%. ທ່ານນາງຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຟານທິຖັງ ໃຫ້ຮູ້ວ່າ:

“ປີ 2025 ມີຄວາມໝາຍສຳຄັນເປັນພິເສດ ແມ່ນປີສຸດທ້າຍຂອງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ 2021 – 2025, ເພື່ອແນໃສ່ກະກຽມບັນດາປັດໄຈພື້ນຖານອັນເປັນປະຖົມປັດໄຈ ເພື່ອໃຫ້ທົ່ວປະເທດໝັ້ນໃຈກ້າວເຂົ້າສູ່ສັງກາດໃໝ່ - ສັງກາດບຸກບືນ, ຮັ່ງມີເຂັ້ມແຂງ, ວັດທະນາຖາວອນຂອງຊາດ. ໂດຍປະຕິບັດຄຳຊີ້ນຳຂອງລັດຖະບານ, ນາຍົກລັດຖະມົນຕີ ກ່ຽວກັບການກຳນົດແຜນການເຕີບໂຕ GDP ປີ 2025 ຢູ່ໃນລະດັບ 8%, ຂະແໜງອຸດສາຫະກຳ - ການຄ້າ ໄດ້ເປັນເຈົ້າການສຳຫຼວດກວດຄືນ ແລະ ຍົກສູງບັນດາດັດຊະນີການເຕີບໂຕໃນຂົງເຂດອຸດສາຫະກຳ, ການຄ້າ. ດັດຊະນີການຜະລິດອຸດສາຫະກຳສູ້ຊົນເພີ່ມຂຶ້ນປະມານ 9 – 10% ເມື່ອທຽບໃສ່ປີ 2024.”

ພ້ອມດຽວກັນນັ້ນ, ປີ 2025, ກະຊວງອຸດສາຫະກຳ - ການຄ້າ ກໍສືບຕໍ່ຜັນຂະຫຍາຍບັນດານະໂຍບາຍໜູນຊ່ວຍວິສາຫະກິດ ໂດຍລັດຖະບານຮັບຮອງເອົາຢ່າງຄົບຊຸດ, ຈາກນັ້ນ ແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຄັດໃນການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຂອງວິສາຫະກິດ, ພິເສດແມ່ນບັນດາຂະແໜງຜະລິດຫຼັກແຫຼ່ງຄື: ຕັດຫຍິບ, ເກີບໜັງ, ບັນດາຂະແໜງພື້ນຖານຄື ລົດໂອໂຕ, ກົນຈັກ, ເຫຼັກ....

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top