• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປີ 2023, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ດຳ​ເນີນ​ການ​ປ່ອນ​ບັດ​ໄວ້​ວາງ​ໃຈ​​ສຳ​ລັບຕຳ​ແໜ່ງ​ໂດຍ​ສ​ະ​ພາ​ແຫ່ງ​ຊາດ​ເລືອກ​ຕັ້ງ ແລະ ໃຫ້​ສັດ​ຕະ​ຍາ​ບັນ

ຕອນເຊົ້າວັນທີ 7 ກຸມພາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ເປັນປະທານການເຮັດວຽກ ລະຫວ່າງການນຳສະພາແຫ່ງຊາດ ກັບບັນດາອົງການຂຶ້ນກັບຄະນະປະຈຳສະພາແຫ່ງຊາດ ແລະ ຫ້ອງວ່າການສະພາແຫ່ງຊາດ ເພື່ອຕີລາຄາໝາກຜົນທີ່ບັນລຸໄດ້ໃນການປະຕິບັດບັນດາໜ້າທີ່ຂອງເດືອນມັງກອນ; ສຳຫຼວດພິຈາລະນາບັນດາໜ້າທີ່ຈຸດສຸມໃນເດືອນກຸມພາ ກໍຄືທັງປີ 2023 ຂອງສະພາແຫ່ງຊາດ.
  ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ກອງປະຊຸມ  

ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ສະເໜີວ່າ ໃນ 2 ເດືອນດັັ່ງກ່າວ, ບັນດາອົງການສຸມໃສ່ກະກຽມໃຫ້ແກ່ກອງປະຊຸມຂອງຄະນະປະຈຳສະພາແຫ່ງຊາດໃຫ້ເປັນຢ່າງດີ; ປະຕິບັດມະຕິກອງປະຊຸມຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກຄອມມູນິດ ຫວຽດນາມ ແລະ ຜັນຂະຫຍາຍປະຕິບັດບົດສະຫຼຸບຂອງສູນກາງ ແລະ ແຜນຮ່າງກຳນົດທິດໂຄງການສ້າງກົດໝາຍ ຂອງສະພາແຫ່ງຊາດຊຸດທີ XV; ກອງປະຊຸມທົ່ວປະເທດສະຫຼຸບວຽກງານສະພາປະຊາຊົນທຸກແຂວງ, ນະຄອນຂຶ້ນກັບສູນກາງ ຄາດວ່າຈະຈັດຂຶ້ນຢູ່ ກວາງນິງ.      ກ່ຽວກັບໜ້າທີ່ຕ່າງໆໃນໄຕມາດ 1 ແລະ ທັງປີ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີໃຫ້ກຳມາທິການກົດໝາຍ ຮັບຜິດຊອບວຽກງານສ້າງໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2024, ປັບປຸງໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2023; ສືບຕໍ່ຮັບເອົາຄຳເຫັນຂອງປະຊາຊົນຕໍ່ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ), ສ້າງໃຫ້ສົມບູນແບບ ແລະ ຍື່ນສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດພາຍໃນເດືອນ ມີນາ. ຕາມແຜນການແລ້ວ, ຄະນະປະຈຳສະພາແຫ່ງຊາດ, ສະພາແຫ່ງຊາດ ຈະດຳເນີນການເຄື່ອນໄຫວຊັກຖາມໃນວາລະປະຊຸມຕ່າງໆ.

ທ່ານປະທານສະພາແຫ່ງຊາດ ກໍໃຫ້ຮູ້ວ່າ ປີນີ້, ສະພາແຫ່ງຊາດ ຈະດຳເນີນການປ່ອນບັດໄວ້ວາງໃຈສຳລັບຕຳແໜ່ງ ໂດຍສະພາແຫ່ງຊາດເລືອກຕັ້ງ ແລະ ໃຫ້ສັດຕະຍາບັນ.

 

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top