• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປີ 2022 ຫວຽດ​ນາມ ກາຍ​ເປັນ​ເສົາ​ຄ້ຳ​ທີ 3 ຂອງ​ລະ​ບົບ​ຊີ​ວະ​ພາບ start up ​ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ປີ 2022 ຫວຽດນາມ ກາຍເປັນເສົາຄ້ຳທີ 3 ຂອງລະບົບຊີວະພາບ start up ອາຊີຕາເວັນອອກສ່ຽງໃຕ້ (ຖັດຈາກ ສິງກະໂປ ແລະ ອີນໂດເນເຊຍ) ດ້ວຍບັນດາຜູ້ມີຄວາມເກັ່ງກ້າສາມາດດ້ານເຕັກໂນໂລຊີໃໝ່ ແລະ ວັດທະນະທຳ start up ທີ່ໜ້າປະທັບໃຈ.
   (ພາບ: congluan.vn)  

ນີ້ແມ່ນຂໍ້ມູນຂ່າວໂດຍບັນດາຜູ້ແທນພາຍໃນ ແລະ ສາກົນໄດ້ຢືນຢັນທີ່ເວທີປາໄສກອງທຶນລົງທຶນ start up ປະດິດຄິດສ້າງຫວຽດນາມປີ 2022 ດ້ວຍຫົວເລື່ອງ “ການຫັນປ່ຽນກະແສທຶນທົ່ວໂລກ” ໂດຍສູນປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ສົມທົບກັບກອງທຶນລົງທຶນ Golden Gate Ventures ຈັດຂຶ້ນໃນວັນທີ 19 ທັນວາຢູ່ຮ່າໂນ້ຍ. ນະທີ່ນີ້, ທ່ານ ຫງວຽນຈິງຢຸງ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ:

ຢູ່ Techfest ຫວຽດນາມ 2022 ກ່ອນນີ້ 2 ອາທິດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ຕ້ອງສຸມໃສ່ສ້າງລະບອບລະບຽບການ, ນະໂຍບາຍຊຸກຍູ້ຕະຫຼາດທຶນ ຕາມທິດສອດຄ່ອງກັບກົນໄກຕະຫຼາດ ແລະ ທຳນຽມສາກົນໃຫ້ສົມບູນແບບ. ເພື່ອປະຕິບັດຄຳຮຽກຮ້ອງ, ໜ້າທີ່ດັ່ງກ່າວໃຫ້ໄດ້, ຂ້າພະເຈົ້າຖືວ່າ, ບັນດາກອງທຶນລົງທຶນ, ບັນດາວິສາຫະກິດປ່ຽນແປງໃໝ່ປະດິດຄິດສ້າງ ຈະແມ່ນບັນດາຄູ່ຮ່ວມມືສຳຄັນຂອງລັດຖະບານ, ບັນດາກະຊວງ, ຂະແໜງການ ເພື່ອພ້ອມກັນແບ່ງປັນ, ໜູນຊ່ວຍ ແລະ ປະກອບຄຳເຫັນ ໃນການວາງແຜນກຳນົດນະໂຍບາຍ ກ່ຽວກັບການລົງທຶນໃຫ້ແກ່ start up ປະດິດຄິດສ້າງ, ຊ່ວຍຫວຽດນາມ ມີສະພາບແວດລ້ອມດຳເນີນທຸລະກິດທີ່ນັບມື້ນັບດຶງດູດໃຈກ່ວາໃນພາກພື້ນ ແລະ ໂລກ.

ແລະກໍ່ຢູ່ເວທີປາໄສ, ກະຊວງແຜນການ ແລະ ການລົງທຶນ ໄດ້ປະກາດເປົ້າໝາຍໄລຍະ 2023-2025, ການເຄື່ອນໄຫວປ້ຽນແປງໃໝ່ປະດິດຄິດສ້າງຫວຽດນາມ ຈະດຶງດູດເງິນປະມານ 1.5 ຕື້ USD ທຶນໃຫ້ຄຳໝັ້ນສັນຍາຈາກບັນດາກອງທຶນລົງທຶນພາຍໃນ ແລະ ຕ່າງປະເທດ, ດ້ວຍຍອດຄຸນຄ່າລົງທຶນປະມານ 5 ຕື້ USD.

(ແຫຼ່ງຄັດຈາກ VOV)

ທ່ານລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເລ​ຮ​ວ່າຍ​ຈູງ ຕ້ອນ​ຮັບ​ ​ເອກ​ອັກ​ຄະ​ລັດ​ຖະ​ທູດ ມົງ​ໂກນ

ທ່ານລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເລ​ຮ​ວ່າຍ​ຈູງ ຕ້ອນ​ຮັບ​ ​ເອກ​ອັກ​ຄະ​ລັດ​ຖະ​ທູດ ມົງ​ໂກນ

ຕອນ​ບ່າຍ​ວັນ​ທີ 21 ເມ​ສາ, ຢູ່​ຮ່າ​ໂນ້ຍ, ທ່ານ ເລ​ຮ​ວ່າຍ​ຈູງ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ມີການ​ຕ້ອນ​ຮັບ ​ທ່ານ Jigjee Sereejav ເອກ​ອັກ​ຄະ​ລັດ​ຖະ​ທູດ ມົງ​ໂກນ ປະຈຳ ຫວຽດນາມ ເຂົ້າ​ຢ້ຽມ​ອຳ​ລາ ເນື່ອ​ງ​ໃນ​ໂອ​ກາດ​ສິ້ນ​ສຸດ​ວາ​ລະ​ປະ​ຕິ​ບັດ​ງານ​ຢູ່ ຫວຽດ​ນາມ.

Top