ຂ່າວສານ

ປີ 2022 ຫວຽດ​ນາມ ກາຍ​ເປັນ​ເສົາ​ຄ້ຳ​ທີ 3 ຂອງ​ລະ​ບົບ​ຊີ​ວະ​ພາບ start up ​ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ປີ 2022 ຫວຽດນາມ ກາຍເປັນເສົາຄ້ຳທີ 3 ຂອງລະບົບຊີວະພາບ start up ອາຊີຕາເວັນອອກສ່ຽງໃຕ້ (ຖັດຈາກ ສິງກະໂປ ແລະ ອີນໂດເນເຊຍ) ດ້ວຍບັນດາຜູ້ມີຄວາມເກັ່ງກ້າສາມາດດ້ານເຕັກໂນໂລຊີໃໝ່ ແລະ ວັດທະນະທຳ start up ທີ່ໜ້າປະທັບໃຈ.
   (ພາບ: congluan.vn)  

ນີ້ແມ່ນຂໍ້ມູນຂ່າວໂດຍບັນດາຜູ້ແທນພາຍໃນ ແລະ ສາກົນໄດ້ຢືນຢັນທີ່ເວທີປາໄສກອງທຶນລົງທຶນ start up ປະດິດຄິດສ້າງຫວຽດນາມປີ 2022 ດ້ວຍຫົວເລື່ອງ “ການຫັນປ່ຽນກະແສທຶນທົ່ວໂລກ” ໂດຍສູນປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ສົມທົບກັບກອງທຶນລົງທຶນ Golden Gate Ventures ຈັດຂຶ້ນໃນວັນທີ 19 ທັນວາຢູ່ຮ່າໂນ້ຍ. ນະທີ່ນີ້, ທ່ານ ຫງວຽນຈິງຢຸງ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ:

ຢູ່ Techfest ຫວຽດນາມ 2022 ກ່ອນນີ້ 2 ອາທິດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ຕ້ອງສຸມໃສ່ສ້າງລະບອບລະບຽບການ, ນະໂຍບາຍຊຸກຍູ້ຕະຫຼາດທຶນ ຕາມທິດສອດຄ່ອງກັບກົນໄກຕະຫຼາດ ແລະ ທຳນຽມສາກົນໃຫ້ສົມບູນແບບ. ເພື່ອປະຕິບັດຄຳຮຽກຮ້ອງ, ໜ້າທີ່ດັ່ງກ່າວໃຫ້ໄດ້, ຂ້າພະເຈົ້າຖືວ່າ, ບັນດາກອງທຶນລົງທຶນ, ບັນດາວິສາຫະກິດປ່ຽນແປງໃໝ່ປະດິດຄິດສ້າງ ຈະແມ່ນບັນດາຄູ່ຮ່ວມມືສຳຄັນຂອງລັດຖະບານ, ບັນດາກະຊວງ, ຂະແໜງການ ເພື່ອພ້ອມກັນແບ່ງປັນ, ໜູນຊ່ວຍ ແລະ ປະກອບຄຳເຫັນ ໃນການວາງແຜນກຳນົດນະໂຍບາຍ ກ່ຽວກັບການລົງທຶນໃຫ້ແກ່ start up ປະດິດຄິດສ້າງ, ຊ່ວຍຫວຽດນາມ ມີສະພາບແວດລ້ອມດຳເນີນທຸລະກິດທີ່ນັບມື້ນັບດຶງດູດໃຈກ່ວາໃນພາກພື້ນ ແລະ ໂລກ.

ແລະກໍ່ຢູ່ເວທີປາໄສ, ກະຊວງແຜນການ ແລະ ການລົງທຶນ ໄດ້ປະກາດເປົ້າໝາຍໄລຍະ 2023-2025, ການເຄື່ອນໄຫວປ້ຽນແປງໃໝ່ປະດິດຄິດສ້າງຫວຽດນາມ ຈະດຶງດູດເງິນປະມານ 1.5 ຕື້ USD ທຶນໃຫ້ຄຳໝັ້ນສັນຍາຈາກບັນດາກອງທຶນລົງທຶນພາຍໃນ ແລະ ຕ່າງປະເທດ, ດ້ວຍຍອດຄຸນຄ່າລົງທຶນປະມານ 5 ຕື້ USD.


top