
ຂະແໜງເກີບໜັງໄດ້ວາງອອກຄາດໝາຍບັນລຸວົງເງິນສົ່ງອອກເກີບໜັງໃຫ້ໄດ້ 24 ຕື້ USD
(ພາບປະກອບ: congthuong.vn)
ຕາມສະຫະສະມາຄົມໜັງ-ເກີບ-ກະເປົາຫວຽດນາມ ແລ້ວ, ໃນປີ 2019, ການເຄື່ອນໄຫວສົ່ງອອກຂອງຂະແໜງເກີບໜັງຫວຽດນາມ ໄດ້ເຕີບໂຕເປັນປົກກະຕິ, ວົງເງິນສົ່ງອອກບັນລຸ 22 ຕື້ USD, ເພີ່ມຂຶ້ນ 12,2% ເມື່ອທຽບໃສ່ປີ 2018. ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ CPTPP ມີຜົນສັດສິດນັບແຕ່ຕົ້ນປີ ໄດ້ຊ່ວຍເປີດກວ້າງຕະຫຼາດຢູ່ທະວີບອາເມລິກາ, ດ້ວຍບັນດາຕະຫຼາດທີ່ມີຄວາມສາມາດບົມຊ້ອນຄື: ເມັກຊີໂກ, ການາດາ, ຈີເລຍ, ເປຣູ… ທ່ານ ກາວກວ໊ກຮືງ, ຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ໃຫ້ຮູ້ວ່າ.
“ກະຊວງອຸດສາຫະກຳການຄ້າ ພວມຜັນຂະຫຍາຍການສ້າງຍຸດທະສາດຊຸກຍູ້ການພັດທະນາຂະແໜງເກີບໜັງຫວຽດນາມ ຮອດປີ 2020 ວິໄສທັດຮອດປີ 2050, ຄາດວ່າຈະປະກາດໃຊ້ໃນປີ 2020 ເພື່ອຊ່ວຍໃຫ້ລັດຖະບານ ແລະ ບັນດາວິສາຫະກິດໃນຂະແໜງ ມີການສັງເກດລວມ, ສືບຕໍ່ນຳຂະແໜງເກີບໜັງໃຫ້ກາຍເປັນຂະແໜງປາຍແຫຼມໃນການຜະລິດ ແລະ ສົ່ງອອກ”.ປີ 2020, ຂະແໜງເກີບໜັງໄດ້ວາງອອກຄາດໝາຍບັນລຸວົງເງິນສົ່ງອອກເກີບໜັງໃຫ້ໄດ້ 24 ຕື້ USD, ຮັກສາລະດັບເຕີບໂຕແມ່ນ 10%.
(ແຫຼ່ງຄັດຈາກ VOV)