ທ່ານ ຫງວຽນກວັກຈິ, ຫົວໜ້າກົມໃຫຍ່ປ່າໄມ້, ສັງກັດກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໃຫ້ຮູ້ວ່າ, ຂະແໜງປ່າໄມ້ແມ່ນໜຶ່ງໃນບັນດາຂະແໜງມີອັດຕາການສົ່ງອອກເກີນດຸນສູງທີ່ສຸດດ້ວຍຍອດມູນຄ່າເກືອບ 7 ຕື້ USD. ມາຮອດປະຈຸບັນ, ຈຳນວນວິສາຫະກິດມີຮາກຖານປຸງແຕ່ງໄມ້ ແລະ ເຄື່ອງປ່າຂອງດົງໃນທົ່ວປະເທດແມ່ນປະມານ 4.500 ວິສາຫະກິດ. ທ່ານ ຫງວຽນກວັກຈິ, ກ່າວວ່າ.
“ພວກຂ້າພະເຈົ້າຈະປຶກສາຫລືກັບສະມາຄົມ ແລະ ວິສາຫະກິດບາງແຫ່ງທີ່ຍັງຂາດວັດຖຸດິບເພື່ອຜະລິດ ຄວນສ້າງຂົວເຊື່ອມຕໍ່ກັບບັນດາຄອບຄົວປູກປ່າ ເພື່ອສ້າງເປັນປ່າສະໜອງວັດຖຸດິບທີ່ມີການຢັ້ງຢືນປ່າປູກໄມ້ໃຫຍ່ໃນໄລຍະຈະມາເຖິງ. ສືບຕໍ່ຮ່ວມມືກັບບັນດາຕະຫຼາດຢ່າງເລິກເຊິ່ງ, ກວ້າງຂວາງ, ປ່ຽນໃໝ່ເຕັກໂນໂລຊີ, ຈັດຕັ້ງບັນດາງານຕະຫຼາດນັດແນະນຳບັນດາເຕັກໂນໂລຊີທີ່ກ້າວໜ້າໃຫ້ແກ່ບັນດາວິສາຫະກິດ…”
(ແຫຼ່ງຄັດຈາກ VOV)