• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປີ ທ່ອງທ່ຽວແຫ່ງຊາດ ປະກອບສ່ວນພັດທະນາທ່ອງທ່ຽວທະເລແບບຍືນຍົງ

      ປີທ່ອງທ່ຽວແຫ່ງຊາດ 2019 ດ້ວຍຫົວຂໍ້ ຍາຈາງ - ສີສັນຂອງທະເລໄດ້ຈັດຂຶ້ນຢ່າງສຳເລັດຜົນຢູ່ ນະຄອນທະເລ ຍາຈາງ ແຂວງ ແຄງຮວ່າ. ບັນດາການເຄື່ອນໄຫວໃນງານບຸນນີ້ ບໍ່ພຽງແຕ່ປະກອບສ່ວນເຮັດໃຫ້ຂະແຫນງທ່ອງທ່ຽວຂອງແຂວງ ແຄງຮ່ວາ ໃຫ້ພັດທະນາເທົ່ານັ້ນ ຫາກຍັງແມ່ນໂອກາດເພື່ອໃຫ້ ຫວຽດນາມ ແນະນຳເຖິງແຂກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດກ່ຽວກັບຄວາມງາມ ແລະ ການພັດທະນາທ່ອງທ່ຽວທະເລແບບຍືນຍົງອີກດ້ວຍ.

ປີທ່ອງທ່ຽວແຫ່ງຊາດ 2019 ປະສົບຜົນສຳເລັດຢ່າງຈົບງາມ
      ປີທ່ອງທ່ຽວແຫ່ງຊາດ 2019 ໂດຍແຂວງ ແຄງຮ່ວາ ເປັນເຈົ້າພາບຈັດຕັ້ງ ພ້ອມກັບການເຂົ້າຮ່ວມຂອງ 14 ແຂວງ ນະຄອນ ດ້ວຍເກືອບ 100 ເຫດການວັດທະນະທຳ ສິລະປະ ທ່ອງທ່ຽວ ກິລາ ໃນທົ່ວປະເທດ. ຢູ່ ແຂວງ ແຄງຮວ່າ ມີເກືອບ 60 ເຫດການ. ເປັນຫນ້າປະທັບໃຈທີ່ສຸດນັ້ນແມ່ນ ສັບປະດາ Festival ທະເລຍາຈາງ ປີ 2019 ດ້ວຍ 40 ການເຄື່ອນໄຫວທ່ອງທ່ຽວ ວັດທະນະທຳ ສິລະປະກິລາທີ່ເປັນເອກະລັກສະເພາະ. ມີຫລາຍບໍລິສັດທ່ອງທ່ຽວໄດ້ເຂົ້າຮ່ວມ ແລະ ນຳມາເຊິ່ງບໍລິການທ່ອງທ່ຽວໃຫມ່ມີລັກສະນະທະເລ, ໝູ່ເກາະ ເພື່ອຮັບໃຊ້ແຂກທ່ອງທ່ຽວ.
            ທ່ານ ຫງວຽນຮູຍເຮີນ ຜູ້ອຳນວຍການບໍລິສັດຫຸ້ນສ່ວນ Viet ASEAN  ຍາຈາງ ໃຫ້ຮູ້ວ່າ: ບໍລິສັດຂອງພວກຂ້າພະເຈົ້າໄດ້ສ້າງບໍລິການທ່ອງທ່ຽວໃຫມ່ 2 ບໍລິການ ຕ້ອນຮັບນັກທ່ອງທ່ຽວກວ່າ 600 ເທື່ອຄົນ ບັນລຸລະດັບເຕີບໂຕສະຖິຕິ 30%.
            ເພື່ອກະກຽມໃຫ້ປີທ່ອງທ່ຽວແຫ່ງຊາດ ແຂວງ ແຄງຮວ່າ ໄດ້ດຶງດູດບັນດາແຫລ່ງກຳລັງເພື່ອລົງທຶນໃຫ້ພື້ນຖານໂຄງລ່າງເສດຖະກິດ ສັງຄົມຄື: ກໍ່ສ້າງເສັ້ນທາງສາຍໃຫມ່ຢູ່ນະຄອນ ຍາຈາງ, ລານຂຶ້ນລົງເຮືອບິນສະຫນາມບິນ ກາມແຣງ ໄດ້ນຳເຂົ້າໃຊ້ການ.
            ມາຮອດປະຈຸບັນ ແຂວງ ແຄງຮວ່າ ມີໂຮງແຮມເກືອບ 800 ຫລັງດ້ວຍ ຫ້ອງພັກເກືອບ 50.000 ຫ້ອງ, ໃນນັ້ນ ເກືອບ 2/3 ແມ່ນຫ້ອງມາດຕະຖານ 3 ດາວຂຶ້ນໄປ. ມີ 22 ບໍລິສັດການບິນສາກົນ ແລະ 4 ບໍລິສັດການບິນຫວຽດນາມ ໄດ້ຂຸດຄົ້ນ80 ສາຍການບິນສາກົນເຊື່ອມຕໍ່ ແຄງຮວ່າ ກັບ 8 ປະເທດ ແລະ ເຂດແຄ້ວນ. ເລື່ອງຈັດຕັ້ງປີທ່ອງທ່ຽວແຫ່ງຊາດ 2019 ໄດ້ປະກອບສ່ວນນຳຂະແຫນງທ່ອງທ່ຽວແຄງຮ່ວາ ບັນລຸການເຕີບໂຕຫລາຍຢ່າງ.
            ແຂວງ ແຄງຮ່ວາ ໄດ້ຕ້ອນຮັບແຂກທ່ອງທ່ຽວມາພັກອາໄສ ກວ່າ 7,2 ລ້ານເທື່ອຄົນ, ໃນນັ້ນ ກວ່າ 3,6 ລ້ານເທື່ອຄົນແມ່ນແຂກທ່ອງທ່ຽວສາກົນ, ເພີ່ມຂຶ້ນເກືອບ 30%. ທ່ານ ເຈີນຫວຽດຈູງ ຫົວຫນ້າພະແນກທ່ອງທ່ຽວ ແຂວງ ແຄງຮ່ວາ ໃຫ້ຮູ້ວ່າ: ຍອດລາຍຮັບຈາກການທອ່ງທ່ຽວເພີ່ມຂຶ້ນ 25% ເມື່ອທຽບໃສ່ປີກ່ອນ.
            “ດ້ວຍການເຄື່ອນໄຫວຕ່າງໆຂອງບັນດາເຫດການທ່ອງທ່ຽວວັດທະນະທຳພວກເຮົາໄດ້ເປັນເຈົ້າການໃນການສ້າງແຜນການເພື່ອໂຄສະນາຢູ່ຫລາຍປະເທດໃນໂລກ, ຕະຫລາດຈຸດສຸມກໍ່ຄືໂຄສະນາຢູ່ກັບທີ່. ນອກນັ້ນ ບັນດາເຂດທ່ອງທ່ຽວ, tour ທ່ອງທ່ຽວ, ບໍລິການທ່ອງທ່ຽວລ້ວນແຕ່ມີການປ່ຽນແປງ, ມີການລົງທຶນ ຍົກລະດັບ ເພື່ອໂຄສະນາໃຫ້ຂະແຫນງທ່ອງທ່ຽວ ຍາຈາງ - ແຄງຮ່ວາ  ພ້ອມທັງເຮັດໃຫ້ແຂກທ່ອງທ່ຽວມີຄວາມເພິ່ງພໍໃຈກວ່າ.
            ບັນດາການເຄື່ອນໄຫວທີ່ດຳເນີນໃນປີທ່ອງທ່ຽວແຫ່ງຊາດ 2019 ສືບຕໍ່ຢັ້ງຢືນວ່າ ຍາຈາງ ແມ່ນຫນຶ່ງໃນບັນດາສະຖານທີ່ທ່ອງທ່ຽວແຖວຫນ້າຂອງທ່ອງທ່ຽວຫວຽດນາມ ດຶງດູດນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດນັບມື້ນັບຫລາຍ. ທ່ານ ຫງວຽນດັກຕາຍ ຮອງປະທານຄະນະກຳມະການປະຊາຊົນ ແຂວງ ແຄງຮ່ວາ ໃຫ້ຮູ້ວ່າ:
            “ຕ້ອງປ່ຽນໃຫມ່ການເຄື່ອນໄຫວສົ່ງເສີມ, ໂຄສະນາການທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດນັບມື້ນັບດີກວ່າ. ຍູ້ແຮງວຽກງານຮ່ວມສຳພັນ ແລະ ການຮ່ວມມືພັດທະນາການທ່ອງທ່ຽວຂອງແຂວງແຄງຮ່ວາ ກັບບັນດາແຂວງແຄມທະເລພາກກາງ ກໍຄືບັນດາຈຸດສຸມການທ່ອງທ່ຽວຢູ່ພາຍໃນປະເທດ. ເພື່ອສ້າງຜະລິດຕະພັນມີການຮ່ວມສຳພັນທີ່ມີລັກສະນະຄົບຊຸດ ຫນູນຊ່ວຍເຊິ່ງກັນ ແລະກັນ ເພື່ອເສີມຂະຫຍາຍບັນດາຄວາມສາມາດບົ່ມຊ້ອນຢູ່ບັນດາເຂດພາກ.
            ທ່ານເລກວາງຕູ່ງ ຮອງລັດຖະມົນຕີກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ໃຫ້ຮູ້ວ່າ: ປີທ່ອງທ່ຽວແຫ່ງຊາດ 2019 ໄດ້ຈັດຕັ້ງຢ່າງສຳເລັດຜົນ, ບັນລຸປະສິດທິຜົນສູງ ນັບທັງການລົງທຶນ, ພັດທະນາຜະລິດຕະພັນທ່ອງທ່ຽວ ແລະ ສົ່ງເສີມການໂຄສະນາ ດຶງດູດນັກທ່ອງທ່ຽວສາກົນ ແລະ ພາຍໃນປະເທດ. ບັນດາຄວາມມານະພະຍາຍາມຂອງບັນດາແຂວງ, ນະຄອນ ພົ້ນເດັ່ນທີ່ສຸດແມ່ນ ແຂວງ ແຄງຮ່ວາ ໄດ້ປະກອບສ່ວນຍົກສູງຄຸນນະພາບ, ຫັນຜະລິດຕະພັນການທ່ອງທ່ຽວເປັນຫລາຍຮູບຫລາຍແບບ, ດຶງດູດນັກທ່ອງທ່ຽວນັບມື້ນັບຫລາຍຂຶ້ນ.
 “ປີທ່ອງທ່ຽວແຫ່ງຊາດ ຢູ່ ແຂວງ ແຄງຮວ່າ ໄດ້ສ້າງບາດກ້າວຫັນປ່ຽນສຳລັບນັກທ່ອງທ່ຽວທະເລໝູ່ເກາະ ແຂວງແຄງຮວ່າ ເວົ້າສະເພາະ ແຕ່ພິເສດແມ່ນສຸມໃສ່ເຂົ້າຂະແຫນງທ່ອງທ່ຽວທະເລໝູ່ເກາະຂອງທັງປະເທດເວົ້າລວມ. ຈາກນັ້ນ ແຂກທ່ອງທ່ຽວມາຢ້ຽມຢາມຫວຽດນາມ ຈະໄດ້ທ່ອງທ່ຽວທະເລໝູ່ເກາະຫລາຍກ່ວາ ຕາມການກຳນົດທິດຂອງສູນກາງພັກ ກ່ຽວກັບການພັດທະນາການທ່ອງທ່ຽວທະເລໝູ່ເກາະ ໃຫ້ເປັນຂະແຫນງເສດຖະກິດປາຍແຫລມໃນໄລຍະຈະມາເຖິງ.
            ຜົນສຳເລັດໃຫຍ່ສຸດຂອງປີທ່ອງທ່ຽວແຫ່ງຊາດ 2019 ແມ່ນຄວາມຮັບຮູ້ກ່ຽວກັບບົດບາດຂອງຂົງເຂດທ່ອງທ່ຽວໃນການພັດທະນາເສດຖະກິດ ສັງຄົມ ຢູ່ທຸກຂັ້ນ, ທຸກຂະແຫນງການ ແລະ ພິເສດແມ່ນເສດຖະກິດຂອງປະຊາຊົນບັນດາທ້ອງຖິ່ນໄດ້ຍົກສູງຂຶ້ນ, ປະຊາຊົນມີບົດບາດສຳຄັນໃນການຈັດຕັ້ງບັນດາການເຄື່ອນໄຫວທ່ອງທ່ຽວ ວັດທະນະທຳ ງານບຸນກໍ່ຄືສ້າງຄວາມສີວິໄລ, ພາບພົດຂອງຕົວເມືອງໃຫ້ນັບມື້ນັບສວຍງາມ ແລະ ມີສີສັນຫລາກຫລາຍກວ່າ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top