• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປີສາມັກຄີມິດສະພາບ ຫວຽດນາມ - ລາວ: ພ້ອມກັນປົກປັກຮັກສາ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດ

ປີສາມັກຄີມິດຕະພາບ ຫວຽດນາມ - ລາວ ໄດ້ຫັນແຜນນະໂຍບາຍ, ນະໂຍບາຍສະເໝີຕົ້ນສະເໝີປາຍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດການພັດທະນາການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງໃຫ້ປະກົດຜົນເປັນຈິງ.
  ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ທ່ານເລຂາທິການໃຫຍ່ ປະທານປະເທດ ລາວ ທອງລຸນ ສີສຸລິດ  

ປີ 2022, ປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ໄດ້ສ້າງຂີດໝາຍເຂັ້ມຂຸ້ນຫຼາຍຢ່າງໃນການພົວພັນລະຫວ່າງ 2 ຝ່າຍ. ມີການເຄື່ອນໄຫວຫຼາຍຢ່າງຈັດຂຶ້ນເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ (05 ກັນຍາ 1962  05 ກັນຍາ 2022), ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ - ລາວ (18 ກໍລະກົດ 1977  18 ກໍລະກົດ 2022), ຈາກຂັ້ນສູນກາງລົງຮອດທ້ອງຖິ່ນ, ລວມທັງຫຼາຍຂົງເຂດ, ໄດ້ດຶດດູດຄວາມສົນໃຈຂອງປະຊາຊົນທັງ 2 ປະເທດ. ບັນດາການເຄື່ອນໄຫວນີ້ສະແດງໃຫ້ຫັນຄວາມຕັດສິນໃຈຂອງການນຳ ແລະ ປະຊາຊົນ 2 ປະເທດ ໃນການປົກປັກຮັກສາ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ.

ປີສາມັກຄີມິດຕະພາບ ຫວຽດນາມ - ລາວ ໄດ້ຫັນແຜນນະໂຍບາຍ, ນະໂຍບາຍສະເໝີຕົ້ນສະເໝີປາຍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດການພັດທະນາການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງໃຫ້ປະກົດຜົນເປັນຈິງ ຕາມເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ.

ແບບຢ່າງຫາຍາກກ່ຽວກັບຄວາມສະໜິດຕິດພັນທີ່ສະໜິດແໜ້ນ

ໂດຍຢືນຢັນຄວາມຕັດສິນໃຈຂອງທັງ 2 ປະເທດແມ່ນ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ, ມີການເຄື່ອນໄຫວໃຫຍ່ຫຼາຍຢ່າງເຊິ່ງ 2 ປະເທດໄດ້ຈັດຂຶ້ນໃນຂອບເຂດປີສາມັກຄີມິດຕະພາບ. ພົ້ນເດັ່ນແມ່ນພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ແລະ  45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ເຊິ່ງໄດ້ຈັດຂຶ້ນຢູ່ທັງ 2 ປະເທດ, ດ້ວຍການເຂົ້າຮ່ວມຂອງການນຳຂັ້ນສູງ 2 ປະເທດ. 2 ຝ່າຍກໍ່ຈັດການແລກປ່ຽນຄະນະຜູ້ແທນ ທຸກຂັ້ນ, ຈັດການພົວພັນແລກປ່ຽນ, ຮ່ວມມືລະຫວ່າງບັນດາຄະນະ, ກະຊວງ, ຂະແໜງການສູນກາງ ແລະ ທ້ອງຖິ່ນ, ຈັດການພົບປະແລກປ່ຽນມິດຕະພາບລະຫວ່າງປະຊາຊົນ 2 ປະເທດ. ບັນດາການເຄື່ອນໄຫວແລກປ່ຽນວັນນະຄະດີ, ວັດທະນະທຳ, ສິລະປະ, ການສຶກສາ ແລະ ກິລາ ກໍ່ໄດ້ຈັດຂຶ້ນ. 2 ປະເທດໄດ້ຈັດພິທີປຸກລະດົມງານປະກວດ, ຄື: “ຊອກຫາປະຫວັດສາດການພົວພັນແບບພິເສດ ຫວຽດນາມ - ລາວ, ລາວ - ຫວຽດນາມ”, “ອານຸສອນແຫ່ງຄວາມຊົງຈຳ”… ເພື່ອໃຫ້ລຸ້ນໜຸ່ມ, ປະຊາຊົນ 2 ປະເທດມີຄວາມເຂົ້າໃຈກ່ຽວກັບສາຍພົວພັນລະຫວ່າງ 2 ປະເທດຢ່າງເລິກເຊິ່ງກວ່າ.

ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບາຮຸ່ງ, ຖືວ່າ:

“ປີສາມັກຄີແບບພິເສດລະຫວ່າງ 2 ປະເທດ ໄດ້ສົ່ງສານທີ່ສຳຄັນຍິ່ງ, ສະແດງໃຫ້ເຫັນຄວາມໝາຍສຳຄັນ, ຄວນເປັນຕາຍຂອງສາຍພົວພັນແບບພິເສດລະຫວ່າງ ລາວ ແລະ ຫວຽດນາມ, ຫວຽດນາມ ແລະ ລາວ. ພ້ອມກັນນັ້ນ ກໍ່ເປັນການສະແດງໃຫ້ໂລກໄດ້ເຫັນຄວາມມຸ່ງມາດປາດຖະໜາ ແລະ ຄວາມຕັດສິນໃຈຂອງການນຳພັກ, ລັດ ແມ່ນ ພ້ອມກັນເພີ່ມພູນຄູນສ້າງສາຍພົວພັນດັ່ງກ່າວໃຫ້ຍືນຍົງຄົງຕົວຕະຫຼອດໄປ, ເຖິງວ່າສະພາບການໂລກ ແລະ ພາກພື້ນມີການປ່ຽນແປງຫຼາຍຢ່າງກໍ່ຕາມ”.

ສຽງກັງວານຍັງຄົງຕົວຕະຫຼອດໄປ

ປີສາມັກຄີມິດຕະພາບລະຫວ່າງ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022 ໄດ້ປິດລົງໃນເດືອນ ທັນວາ. ບັນດາການເຄື່ອນໄຫວໃນປີສາມັກຄີນີ້ ໄດ້ຊ່ວຍໃຫ້ທຸກຂັ້ນ, ທຸກຂະແໜງການ ແລະ ປະຊາຊົນທຸກຊັ້ນວັນນະ, ພິເສດແມ່ນລຸ້ນໜຸ່ມມີຄວາມເຂົ້າໃຈກ່ຽວກັບມູນເຊື້ອ, ຄວາມໝາຍ, ຄວາມສຳຄັນຂອງສາຍພົວພັນອັນສັດຊື່ບໍລິສຸດຜຸດຜ່ອງລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດຢ່າງເລິກເຊິ່ງກວ່າອີກ. ອ້າຍ ເຈິ່ນຮິວຢຸງ, ຜູ້ເຂົ້າຮ່ວມວັນບຸນພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 3 ປີ 2022 (ເດືອນ ຕຸລາ 2022, ຢູ່ແຂວງ ດ້ຽນບຽນ) ແບ່ງປັນວ່າ:

“ໂດຍແມ່ນຊາວ ຫວຽດນາມ ຜູ້ໜຶ່ງ, ຂ້າພະເຈົ້າມີຄວາມຮູ້ສຶກເອກອ້າງທະນົງໃຈກ່ຽວກັບມູນເຊື້ອວັດທະນະທຳທີ່ມີມາແຕ່ດົນນານຂອງຊາດ ແລະ ນ້ຳໃຈສາມັກຄີມິດຕະພາບທີ່ຫາຍາກລະຫວ່າງ ລາວ ແລະ  ຫວຽດນາມ. ໃນລາຍການເຊິ່ງຈັດຂຶ້ນໃນມື້ນີ້, ນອກຈາກຂອບຂະໜາດເຊິ່ງບັນດາລາຍການສະແດງສິລະປະນຳມາໃຫ້ແລ້ວ, ຍັງເປັນການສະແດງໃຫ້ເຫັນຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງ 2 ປະເທດ, 2 ຊາດ ແລະ ສະແດງໃຫ້ເຫັນນ້ຳໃຈສາມັກຄີສະໜິດຕິດພັນລະຫວ່າງ 2 ປະເທດ ອີກດ້ວຍ”.

 ທ່ານ ບຸຍກວາງຮຸຍ, ເລຂາທີໜຶ່ງສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ຢືນຢັນວ່າ:

“ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ເຫັນວ່າ ຕ້ອງສືບຕໍ່ມານະພະຍາຍາມກວ່າ ເພື່ອນຳສາຍພົວພັນດັ່ງກ່າວໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່. ໃນຊຸມປີຜ່ານມາ, ຄະນະຊາວໜຸ່ມ ແລະ ໄວໜຸ່ມ 2 ປະເທດ ຫວຽດນາມ - ລາວ ໄດ້ຈັດການເຄື່ອນໄຫວພົວພັນແລກປ່ຽນມິດຕະພາບ, ຮ່ວມມືຫຼາຍຢ່າງໃນຫຼາຍຂົງເຂດ ດ້ວຍຫຼາຍຮູບຫຼາຍແບບ, ອຸດົມສົມບູນ, ຕອບສະໜອງຄວາມຕ້ອງການ, ຄວາມມຸ່ງມາດປາດຖະໜາ ແລະ ຜົນປະໂຫຍດອັນຊອບທຳຂອງຊາວໜຸ່ມ 2 ປະເທດ”.

ປີ 2022 ແມ່ນປີພິເສດໃນສາຍພົວພັນ ຫວຽດນາມ ແລະ ລາວ. 2 ປະເທດໄດ້ພ້ອມກັນຜ່ານໄລຍະຂີດໝາຍໃໝ່, ປະກອບສ່ວນເສີມສ້າງປະຫວັດສາດຂອງການຮ່ວມມື 2 ຝ່າຍໃຫ້ຫຼາຍກວ່າເກົ່າ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໂອ້ລົມສົນທະນາກັບສັນຕະປະປາສຳນັກ ວາຕີກັງ Leo XIV

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໂອ້ລົມສົນທະນາກັບສັນຕະປະປາສຳນັກ ວາຕີກັງ Leo XIV

ໃນການຢ້ຽມຢາມ ສ.ອີຕາລີ ຢ່າງເປັນທາງການ, ຕອນທ່ຽງວັນທີ 11 ເມສາ (ຕາມເວລາທ້ອງຖິ່ນ) ຢູ່ ວາຕີກັງ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ມີການໂອ້ສົມສົນທະນາກັບ ສັນຕະປະປາ Leo XIV.

Top