• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປີປະທານ ອາຊຽນ 2020: ລັດຖະມົນຕີການຕ່າງປະເທດ ອາຊຽນ ປຶກສາຫາລືກ່ຽວກັບເຊື້ອພະຍາດ COVID-19

      ຕອນເຊົ້າວັນທີ 20 ກຸມພາ, ກອງປະຊຸມພິເສດຂອງສະພາປະສານງານ ອາຊຽນໄດ້ດຳເນີນຢູ່ ນະຄອນຫຼວງ ວຽງຈັນ ໂດຍມີການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດ 10 ປະເທດສະມາຊິກ ອາຊຽນ ແລະ ເລຂາທິການໃຫຍ່ ອາຊຽນ. ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.

ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມ (ພາບ: TTXVN)
      ກ່າວຄຳປາໄສຢູ່ກອງປະຊຸມໃນຕຳແໜ່ງເປັນປະທານສະພາປະສານງານ ອາຊຽນ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າກອງປະຊຸມຄັ້ງແມ່ນນີ້ແນໃສ່ປະສານງານຄວາມມານະພະຍາຍາມ ແລະ ແລກປ່ຽນ ບັນດາມາດຕະການຮ່ວມມືຂອງ ອາຊຽນກ່ຽວກັບການຮັບມືກັບເຊື້ອພະຍາດອັກເສບປອດ Covid-19. ກອງປະຊຸມກໍ່ແມ່ນເພື່ອຜັນຂະຫຍາຍຖະແຫຼງການຂອງປະທານ ອາຊຽນ ກ່ຽວກັບການຮັບມືລວມຂອງ ອາຊຽນ ຕໍ່ການລະບາດຂອງ ເຊື້ອພະຍາດ COVID-19. ນີ້ແມ່ນໂອກາດເພື່ອໃຫ້ບັນດາປະເທດຊຸກຍູ້ການຮ່ວມມືກັບບັນດາຄູ່ຮ່ວມມືແນໃສ່ສະກັດກັ້ນເຊື້ອພະຍາດໃຫ້ຫຼາຍກ່ວາອີກ.
            ພາຍຫຼັງສິ້ນສຸດກອງປະຊຸມພິເສດຂອງສະພາປະສານງານ ອາຊຽນ ໃນຕອນທ່ຽງວັນທີ 20 ກຸມພາ, ລັດຖະມົນຕີກະຊວງການຕ່າງປະເທດ 10 ປະເທດສະມາຊິກຂອງ ອາຊຽນ ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຈີນ ກໍ່ໄດ້ເຂົ້າຮ່ວມກອງປະຊຸມພິເສດ ລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ຈີນ ກ່ຽວກັບການຮ່ວມມືຮັບມືເຊື້ອພະຍາດ COVID-19.
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top