• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປີປະທານອາຊຽນ 2020: ຫວຽດນາມເປັນປະທານ ວາລະປະຊຸມສະພາບໍລິຫານ ສະຖາບັນສັນຕິພາບ ແລະ ໄກ່ເກ່ຍ ອາຊຽນ

      ວັນທີ 21 ມັງກອນ, ໄດ້ດຳເນີນກອງປະຊຸມຄັ້ງທີ 18 ຂອງ ສະພາບໍລິຫານ ສະຖາບັນສັນຕິພາບ ແລະ ໄກ່ເກ່ຍ ອາຊຽນ (ອາຊຽນ - IPR) ຢູ່ Jakarta, ປະເທດ ອິນໂດເນເຊຍ. 

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຄັ້ງທີ 18 ສະພາບໍລິຫານ ສະຖາບັນສັນຕິພາບ ແລະ ໄກ່ເກ່ຍ ອາຊຽນ (ພາບ: PDVN)
      ນີ້ແມ່ນກອງປະຊຸມຄັ້ງທຳອິດຂອງ ສະພາບໍລິຫານອາຊຽນ - IPR ໃນປີ ຫວຽດນາມ ເປັນປະທານອາຊຽນ 2020. ທ່ານ ເຈິ່ນດຶກບິ່ງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ ອາຊຽນ, ປະທານສະພາບໍລິຫານ ອາຊຽນ - IPR ເປັນປະທານກອງປະຊຸມ.
        ໂດຍແບ່ງປັນກ່ຽວກັບຄວາມໝາຍຂອງ ຫົວຂໍ້ ແລະ ບັນດາບຸລິມະສິດ ຂອງ ຫວຽດນາມ ໃນປີ ປະທານ ອາຊຽນ 2020, ທ່ານ ເຈິ່ນດຶກບິ່ງ ເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ໜຶ່ງໃນ ບັນດາບຸລິມະສິດ ຂອງ ຫວຽດນາມ ແມ່ນ ຊຸກຍູ້ບັນດາໂຄງການ, ການເຄື່ອນໄຫວກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ ໃນອາຊຽນ ໃນສະພາບການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງ ສືບຕໍ່ແມ່ນໜຶ່ງໃນບັນດາຈຸດສຸມຂອງ ສະມາຄົມ ອາຊຽນ.
        ທີ່ກອງປະຊຸມ, ສະພາດັ່ງກ່າວໄດ້ປຶກສາຫາລື ແລະ ຮັບຮອງເອົາແຜນການປະຕິບັດງານປີ 2020 ຂອງ ອາຊຽນ - IPR, ຮັບຮູ້ບົດລາຍງານການເງິນ ປີ 2019 ແລະ ສະເໜີງົບປະມານການເຄື່ອນໄຫວໃຫ້ແກ່ປີ 2020 ຂອງ ຄະນະເລຂາ ອາຊຽນ - IPR.
 (ແຫຼ່ງຄັດຈາກ VOV)

ນັກ​ສຶກ​ສາລາວ ເຊື່ອມ​ຕົວ​ເຂົ້າ​ກັບ​ຊາວ ຫວຽດ​ນາມ ຜ່ານ​ລາຍ​ການ Homestay

ນັກ​ສຶກ​ສາລາວ ເຊື່ອມ​ຕົວ​ເຂົ້າ​ກັບ​ຊາວ ຫວຽດ​ນາມ ຜ່ານ​ລາຍ​ການ Homestay

ພາຍຫຼັງ 3 ປີທີ່ຢຸດຊົ່ວຄາວຍ້ອນຜົນກະທົບຈາກພະຍາດໂຄວິດ - 19, ໄລຍະຜ່ານມາໂຮງຮຽນມິດຕະພາບ T78 ໄດ້ສົມທົບກັບຄະນະກຳມະການປະຊາຊົນຕາແສງເທາະລົກ, ເມືອງຝຸກເທາະ, ຮ່າໂນ້ຍຈັດລາຍການ“ສົ່ງນັກສຶກສາລາວໄປຢູ່ນຳຄອບຄົວຂອງປະຊາຊົນ” ສົກປີ 2022 – 2023. ຜ່ານໂຄງການ ໂຮງຮຽນຫວັງວ່າຈະຊ່ວຍໃຫ້ພວກນ້ອງນັກຮຽນສາມາດເພີ່ມຄວາມສາມາດດ້ານພາສາຫວຽດກໍ່ຄືເຂົ້າໃຈຫຼາຍກ່ວາກ່ຽວກັບຊີວິດດ້ານວັດທະນະທຳ, ຮີດຄອງປະເພນີຂອງປະຊາຊົນຫວຽດນາມ.

Top