• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປີທ່ອງທ່ຽວນະຄອນ ໂຮ່ຈີມິນ ບືນຕົວອອກສູ່ຕະຫຼາດສາກົນ

ໄລ່ລວມໃນ 7 ເດືອນຂອງປີ 2026, ທາງນະຄອນໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 7,1 ລ້ານເທື່ອຄົນ, ແຂກທ່ອງທ່ຽວພາຍໃນປະເທດກວ່າ 31 ລ້ານເທື່ອຄົນ

  (ພາບ​ປະ​ກອບ: VNA)  

ປີ 2026, ນະ​ຄອນ ໂຮ່​ຈີ​ມິນ ໄດ້​ວາງ​ອອກ​ເປົ້າ​ໝາຍ​ຕ້ອນ​ຮັບ​ແຂກ​ທ​່ອງ​ທ່ຽວສາ​ກົນ 11 ລ້ານ​ເທື່ອ​ຄົນ, ແຂກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ 50 ລ້ານ​ເທ​ື່ອ​ຄົນ ແລະ ​ຍອດ​ລາຍ​ຮັບດ້ານ​ການ​ທ່ອງ​ທ່ຽວບັນ​ລຸ 12,57 ຕື້ USD. ໄລ່​ລວມ​ໃນ 7 ເດືອນ​ຂອງ​ປີ 2026, ທາງ​ນະ​ຄອນ​ໄດ້​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນກວ່າ 7,1 ລ້ານ​ເທື່ອ​ຄົນ, ແຂກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດກວ່າ 31 ລ້ານ​ເທື່ອ​ຄົນ, ຍອດ​ລາຍ​ຮັບ​ດ້ານ​ການ​ທ່ອງ​ທ່ຽວ ​ບັນ​ລຸ 9,06 ຕື້ USD.

ຫວ່າງມໍ່ໆ​ມານີ້, ເວບ​ໄຊ​ການ​ທ່ອງ​ທ່ຽວ​ດີ​ຈີ​ຕອນ Agoda (Agoda) ໄດ້​ປະ​ກາດ​ຕາ​ຕະ​ລາງ​ຈັດ​ອັນ​ດັບ​ລະ​ດັບ​ຄວາມ​ສົນ​ໃຈ​ຂອງ​ແຂກ​ທ່ອງ​ທ່ຽວ ເອີ​ລົບ ຕໍ່​ກັບ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວຢ​ູ່ ອາ​ຊີ ໃນ​ລະ​ດູ​ແລ້ງ 2026, ໃນ​ນັ້ນ, ຫວຽດ​ນາມ ​ຫຍັບ​ຂຶ້ນ 1 ຂັ້ນ​ເມື່ອ​ທຽບ​ໃສ່​ປີ 2025, ຈາກ​ອັນ​ດັບ​ທີ 5 ຂຶ້ນ​ເປັນ​ທີ 4. ສິ່ງ​ທີ່​ໜ້າ​ສົນ​ໃຈ, ຫວຽດ​ນາມ ກໍ່​ນອນ​ໃນ top 3 ຈຸດ​ນັດ​ພົບ​ທີ່​ມີ​ລະ​ດັບ​ຄວາມ​ສົນ​ໃຈ​ເພີ່ມ​ຂຶ້ນ​ໄວ​ທີ່​ສຸດຂອງ ອາ​ຊີ ຈາກ​ຕະ​ຫຼາດ ເອີ​ລົບ.

ທ່ານ ວູງ​ອັກ​ເລິມ, ​ຜູ້​ອຳ​ນວຍ​ການ​ແຫ່ງ​ຊາດ Agoda ຢູ່ ຫວຽດ​ນາມ, ເນັ້ນ​ໜັກ​ວ່າ ເລື່ອງ ຫວຽດ​ນາມ ບືນ​ຕົວ​ຂຶ້​ນຢືນ​ອັນ​ດັບ​ທີ 4 ໄດ້​ສ່​ອງ​ແສງ​ໃຫ້​ເຫັນ​​ກຳ​ລັງຄວາມ​ດຶງ​ດູດ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຂອງ ຫວຽດ​ນາມ ຕໍ່​ກັບ​ແຫຼ່ງ​ແຂກ​ທ່ອງ​ທ່ຽວ ເອີ​ລົບ, ບໍ່​ພຽງ​ແຕ່​ຈາກ​ຕະ​ຫຼາດ​ທີ່​ເປັນ​ມູນ​ເຊື້ອ​ເທົ່າ​ນັ້ນ, ຫາກ​ຍັງ​ຈາກ​ບັນ​ດາ​ຕະ​ຫຼາດ​​ທີ່ຫາກໍ່​ພົ້ນ​ເດັ່ນ​ອີກ​ດ້ວຍ.

(ແຫຼ່ງຄັດຈາກ VOV)

ຍູ້ໄວຄວາມຄືບໜ້າການຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ສວນສາທາລະນະ ເລທິຣຽງ

ຍູ້ໄວຄວາມຄືບໜ້າການຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ສວນສາທາລະນະ ເລທິຣຽງ

ໃນວັນທີ 14 ສິງຫາ, ຢູ່ເຂດ B, ກຳລັງປະຕິບັດໜ້າທີ່ໄດ້ພົບເຫັນ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 10 ອັດຖິ ແລະ ວັດຖຸພັນຕິດມາພ້ອມ 3 ອັດຖິ.

Top