• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປິດປະຕູເຂດຊາຍແດນໄລຍະໂລກລະບາດ

      ການແຜ່ລາມຢ່າງໄວາ ພ້ອມກັບການຜັນແປອັນສັບສົນຂອງໂລກລະບາດ Covid-19 ໄດ້ມີຜົນກະທົບຢ່າງແຮງເຖິງຫຼາຍປະເທດໃນໂລກ, ບັງຄັບໃຫ້ຫຼາຍປະເທດຕ້ອງຜັນຂະຫຍາຍບັນດາມາດຕະການທີ່ຂ້ຽວຂາດ ລວມທັງການປັບປຸງນະໂຍບາຍການຕ່າງປະເທດທີ່ບໍ່ເຄີຍມີມາກ່ອນ.

ພາບປະກອບ: AFP/TTXVN
      ມາຮອດຈຸດເວລານີ້, ໂລກລະບາດ Covid-19 ໄດ້ແຜ່ລາມສູ່ເກືອບ 180 ປະເທດ ແລະ ເຂດແຄ້ວນໃນທົ່ວໂລກແລ້ວ ດ້ວຍຜູ້ຕິດເຊື້ອພະຍາດກ່ວາ 245.000 ຄົນ ແລະ ເຮັດໃຫ້ກ່ວາ 10.000 ຄົນເສຍຊີວິດແລ້ວ. ຫຼາຍປະເທດມີອັດຕາສ່ວນຜູ້ເສຍຊີວິດສູງທີ່ສຸດຄື: ອີຕາລີ, ອີຣານ. ໂລກລະບາດໄດ້ມີການກະທົບຢ່າງແຮງເຖິງບັນດາຂົງເຂດ ແລະ ການເຄື່ອນໄຫວເກືອບທັງໝົດຂອງຫຼາຍປະເທດຄື: ເສດຖະກິດ, ວັດທະນະທຳ, ກິລາ, ການທ່ອງທ່ຽວ ແລະ ຊ້ຳບໍ່ໜຳນັບທັງຂົງເຂດການຕ່າງປະເທດອີກດ້ວຍ. ໃນຕົວຈິງ, ເພື່ອຮັບມືກັບໂລກລະບາດ, ຄຽງຄູ່ກັບບັນດາມາດຕະການທີ່ຂ້ຽວຂາດດ້ານການພົວພັນພາຍໃນປະເທດຄື: ຫ້າມການເຕົ້າໂຮມກັນຫຼາຍຄົນ, ປິດລ້ອມເຂດຊຸມຊົນ, ຢຸດບັນດາການເຄື່ອນໄຫວວັດທະນະທຳກິລາໂດຍບໍ່ກຳນົດເວລາ, ໃຫ້ນັກຮຽນພັກໂຮງຮຽນ….ຫຼາຍປະເທດຍັງໄດ້ຜັນຂະຫຍາຍບັນດາມາດຕະການທາງການທູດຢ່າງແຮງ ທີ່ບໍ່ເຄີຍມີມາກ່ອນຕື່ມອີກຄື: ປິດປະຕູເຂດຊາຍແດນ, ຫ້ານການເຂົ້າເມືອງ,ຫ້າມບິນ….
ພາບປະກອບ: YONHAP/TTXVN
       ປິດປະຕູເຂດຊາຍແດນ, ຫ້ານການເຂົ້າເມືອງ
   ໜຶ່ງໃນບັນດາການປັບປຸງທາງການທູດຢ່າງແຮງທີ່ສຸດ ທີ່ຫຼາຍປະເທດໄດ້ດຳເນີນໃນໄລຍະປະຈຸບັນ ນັ້ນແມ່ນການປິດປະຕູເຂດຊາຍແດນ. ໃນນັ້ນ, ໜ້າເອົາໃຈໃສ່ທີ່ສຸດແມ່ນເຫດການສະຫະພາບເອີລົບ (EU) ໄດ້ຕົກລົງ ປິດປະຕູເຂດຊາຍແດນທັງໝົດ 30 ປະເທດ,  ລວມມີ 26 ປະເທດສະມາຊິກ EU ແລະ ບັນດາປະເທດຂຶ້ນກັບກຸ່ມ Schengen ໃນຮອບເວລາ 30 ວັນ ນັບແຕ່ວັນທີ 17 ມີນາເປັນຕົ້ນໄປ.
   ໃນຈຸດເວລາດຽວກັນ, ອາເມລິກາ ແລະ ການາດາ ກໍ່ເຫັນດີຈະປິດປະຕູເຂດຊາຍແດນລະຫວ່າງສອງປະເທດ ເພື່ອສະກັດກັ້ນການແຜ່ລາມຂອງໂລກລະບາດ ແລະ ປະຕິບັດການຫ້າມເຂົ້າເມືອງ. ກ່ອນໜ້ານນັ້ນ, ລັດເຊຍ ກໍ່ຕົກລົງປິດລ້ອມເຂດຊາຍແດນ, ຫ້າມຊາວຕ່າງປະເທດເຂົ້າລັດເຊຍ ນັບແຕ່ເວລາ 0 ໂມງຂອງວັນທີ 17 ມີນາ ຮອດວັນທີ 1 ພຶດສະພາ.
  ບັນດາປະເທດຄື:  Argentina, Chile, Guatemala, Tunisia, Sudan… ກໍ່ປະຕິບັດການປິດປະຕູທັງໝົດເຂດຊາຍແດນທາງບົກ ຄືດັ່ງມາດຕະການທີ່ຈຳເປັນ ເພື່ອສະກັດກັ້ນການແຜລາມຂອງໂລກລະບາດ Covid-19. ຄຽງຂ້າງນັ້ນ, ຫຼາຍປະເທດໄດ້ ແລະ ພວມຜັນຂະຫາຍການປິດປະຕູເຂດຊານແດນສ່ວນໜຶ່ງ ເພື່ອຮັບມີກັບໂລກລະບາດ…
ຫ້າມບິນ, ຮັດແໜ້ນເງື່ອນໄຂເຂົ້າອອກເມືອງ ແລະ ຈຳກັດການສົ່ງອອກອຸປະກອນການແພດ
   ໜຶ່ງໃນບັນດາຂໍ້ຕົກລົງກ່ຽວກັບການຫ້າມບິນ ທີ່ກໍ່ໃຫ້ເກີດການໂຕ້ຖຽງກັນຫຼາຍທີ່ສຸດ ໃນບັ້ນຮັບມືກັບໂລກລະບາດ Covid-19 ຂອງປະເທດຕ່າງໆ ແມ່ນການຫ້າມບິນຈາກເອີລົບ ໄປຍັງອາເມລິກາ ຂອງປະທານາທິບໍດີອາເມລິກາ Donald Trump. ຕາມນັ້ນແລ້ວ, ວັນທີ 11 ມີນນາ,  ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ປະກາດ ຢຸດຕິທຸກຖ້ຽວບິນຈາກເອີລົບ ໄປຍັງອາເມລິກາ ໃນຮອບເວລາ 30 ວັນເພື່ອສະກັດກັ້ນໂລກລະບາດ Covid-19. ການກະທຳຂອງ Washington ໄດ້ຮັບການຕຳໜິຕິຕຽນທີ່ຮ້າຍແຮງທີ່ສຸດ ຈາກບັນດາປະເທດອີລົບ ທີ່ເຄີຍຖືກຮູ້ຈັກວ່າ ແມ່ນບັນດາສຳພັນທະມິດ ແລະ ຄູ່ຮ່ວມມືສຳຄັນຂອງອາເມລິກາ.
   ຄຽງຄູ່ກັນນັ້ນ, ຫຼາຍປະເທດໄດ້ປະຕິບັດບັນດມາຕະການທີ່ຂ້ຽວຂາດໜ້ອຍກ່ວາ ແຕ່ຍັງສະແດງໃຫ້ເຫັນການປັບປຸງຫຼາຍພໍສົມຄວນ ໃນນະໂຍບາຍທາງການທູດໂດຍຊົ່ວຄາວ ນັ້ນຄື: ຮັດແໜ້ນເງື່ອນໄຂເຂົ້າເມືອງ. ຕາມບັນດາການສະຖິຕິທີ່ບໍ່ທັນຄົບຖ້ວນ, ຈຳນວນປະເທດທີ່ດັດປັບເງື່ອນໄຂເຂົ້າເມືອງ ເພື່ອສະກັກກັ້ນການແຜ່ລາມຂອງໂລກລະບາດ Covid-19 ແມ່ນໄດ້ຂຶ້ນເຖິງຕົວເລກນັບຮ້ອຍປະເທດແລ້ວ ຊື່ງໄດ້ສ່ອງແສງໃຫ້ເຫັນລະດັບຄວາມເອົາໃຈໃສ່ທີ່ໂຫ່ຍຫຼວງຂອງໂລກ ໃນການຕ້ານໂລກລະບາດທີ່ອັນຕະລາຍຂອງມວນມະນຸດ.
   ນອກຈາກນັ້ນແລ້ວ, ຫຼາຍຍປະເທດໄດ້ເລືອກເອົາມາດຕະການຈຳກັດການສົ່ງອອກເຄື່ອງອຸປະກອນການແພດ ເພື່ອສະສົມແຫຼ່ງກຳລັງຮັບມືກັບໂລກລະບາດ, ຍອມເສຍສະຫຼະຜົນປະໂຫຍດດ້ານເສດຖະກິດ ແລະ ຊ້ຳບໍ່ໜຳແມ່ນອິດທິພົນຊື່ສຽງທາງການທູດ.
  ຕາມບັນດານັກໄຈ້ແຍກແລ້ວ,  ການປັບປຸງນະໂຍບາຍທາງການທູດຂອງປະເທດຕ່າງໆ ເພື່ອຮັບມືກັບໂລກລພບາດທີ່ໃຫ່ຍຫຼວງນີ້ຂອງມວນມະນຸດ ແມ່ນຄວາມຈຳເປັນ. ແຕ່ວ່າ, ບັນດາມາດຕະການນີ້ພວມກໍ່ໃຫ້ເກີດບັນດາຄວາມຈຳກັດໃດໜຶ່ງທີ່ແນ່ນອນ ຕໍ່ການຮ່ວມມືໃນທົ່ວໂລກ ຊື່ງຖືກຖືວ່າ ແມ່ນໜຶ່ງໃນບັນດາລູກກຸນແຈເພື່ອສະກັດກັ້ນໂລກລະບາດ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top