ກ່າວຄຳເຫັນທີ່ພິທີປິດ, ທ່ານນາງ ເລີມທິເຟືອງແທັງ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຢັ້ງຢືນວ່າ:
“ສຳລັບ ຫວຽດນາມ ແລ້ວ, ວັດທະນະທຳ ທັງເປັນພື້ນຖານທາງຈິດໃຈຂອງສັງຄົມ, ທັງແມ່ນເປົ້າໝາຍ, ກຳລັງໜູນ ແລະ ແຫຼ່ງກຳລັງໃຫ້ແກ່ການພັດທະນາປະເທດຊາດ. ການອະນຸລັກຮັກສາມໍລະດົກບໍ່ພຽງແຕ່ແມ່ນເປັນການຮັກສາບັນດາສິ່ງໃນອະດິດຕະການເທົ່ານັ້ນ, ຫາກຍັງ ຕ້ອງເຮັດແນວໃດເພື່ອໃຫ້ມໍລະດົກສືບຕໍ່ຄົງຕົວໃນຊີວິດປະຈຸບັນ, ສືບຕໍ່ປະດິດຄິດສ້າງ, ສ້າງບັນດາຄຸນຄ່າໃໝ່ ແລະ ໄດ້ຖ່າຍທອດໃຫ້ລຸ້ນຄົນຕໍ່ໄປ”.
ຈຸດພົ້ນເດັ່ນຂອງພິທີປິດແມ່ນລາຍການສະແດງສິລະປະດ້ວຍ ການເຂົ້າຮ່ວມຂອງຄະນະສາກົນ ແລະ ບັນດານັກສິລະປິນ ຫວຽດນາມ, ແນະນຳບັນດາສີສັນວັດທະນະທຳຈາກຫຼາຍປະເທດ, ພ້ອມທັງສົ່ງພາບພົດ ຫວຽດນາມ ທີ່ມີສີສັນຫຼາກຫຼາຍ, ຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ເປີດອົກເປີດໃຈ ແລະ ເຊື່ອມຕໍ່ໄປເຖິງເພື່ອນມິດສາກົນ.
ຜົນສຳເລັດຂອງງານບຸນຍິ່ງມີຄວາມໝາຍໃນປີ ຫວຽດນາມ ສະເຫຼີມສະຫຼອງ 50 ປີແຫ່ງການເຂົ້າເປັນສະມາຊິກ UNESCO, ຢັ້ງຢືນບົດບາດທີ່ນັບມື້ນັບເປັນເຈົ້າການ, ຕັ້ງໜ້າຂອງ ຫວຽດນາມ ໃນການຮ່ວມມືວັດທະນະທຳສາກົນ. ຈາກຜົນສຳເລັດຂອງການຈັດຕັ້ງ 2 ຄັ້ງ, ຫວຽດນາມ ມຸ່ງໄປເຖິງການສ້າງງານບຸນວັດທະນະທຳໂລກ ຢູ່ ຮ່າໂນ້ຍ ກາຍເປັນເຫດການປະຈຳປີ, ນຳ ຮ່າໂນ້ຍ ກາຍເປັນຈຸດນັດພົບ, ພົວພັນແລກປ່ຽນຂອງບັນດາພື້ນຖານວັດທະນະທຳ, ປະກອບສ່ວນແຜ່ກະຈາຍສານແຫ່ງຄວາມເຄົາລົບຄວາມແຕກໂຕນກັນ, ເພີ່ມທະວີຄວາມເຂົ້າໃຈກັນ, ມິດຕະພາບ, ການຮ່ວມມື ເພື່ອສັນຕິິພາບ ແລະ ການພັດທະນາ.






