• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປິດກອງປະຊຸມວິສາມັນເທື່ອທີ 2 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃຫ້ຮູ້ວ່າ, ທີ່ສະໄໝປະຊຸມນີ້ໄດ້ສຳເລັດທຸກລາຍການທີ່ໄດ້ວາງອອກ. ສະພາແຫ່ງຊາດໄດ້ຮັບຮອງເອົາຮ່າງກົດໝາຍ 1 ສະບັບ ແລະ ມະຕິ 3 ສະບັບ.
  ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ພິທີປິດກອງປະຊຸມ (ພາບ: TTXVN)  

ພາຍຫຼັງເຮັດວຽກຢ່າງຮີບເຮັ່ງ, ເຂັ້ມງວດ, ມີຄວາມຮັບຜິດຊອບ, ຕອນບ່າຍວັນທີ 09 ມັງກອນ, ກອງປະຊຸມວິສາມັນເທື່ອທີ 2 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ປິດລົງຢູ່ຫໍສະພາແຫ່ງຊາດ, ນະຄອນຫຼວງ ຮ່າໂນ້ຍ. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມ; ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເປັນປະທານກອງປະຊຸມ.

ກ່າວຄຳເຫັນທີ່ພິທີປິດກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃຫ້ຮູ້ວ່າ, ທີ່ສະໄໝປະຊຸມນີ້ໄດ້ສຳເລັດທຸກລາຍການທີ່ໄດ້ວາງອອກ. ສະພາແຫ່ງຊາດໄດ້ຮັບຮອງເອົາຮ່າງກົດໝາຍ 1 ສະບັບ ແລະ ມະຕິ 3 ສະບັບ, ສະພາແຫ່ງຊາດກໍ່ປະຕິບັດການໃຫ້ພົ້ນຕຳແໜ່ງສະມາຊິກສະພາແຫ່ງຊາດ 2 ທ່ານ ແລະ ໃຫ້ສັດຕະຍາບັນພົ້ນຕຳແໜ່ງສຳລັບຮອງນາຍົກລັດຖະມົນຕີ 2 ທ່ານ; ພ້ອມທັງໃຫ້ສັດຕະຍາບັນແຕ່ງຕັ້ງຮອງນາຍົກລັດຖະມົນຕີສຳລັບທ່ານ ເຈິ່ນຮົ່ງຮ່າ ແລະ ທ່ານ ເຈິ່ນລິວກວາງ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກວ່າ:

“ເລື່ອງສະພາແຫ່ງຊາດພິຈາລະນາ, ຕົກລົງ 5 ໝວດບັນຫາໃຫຍ່, ສຳຄັນ ແລະ ຮີບດ່ວນທີ່ກອງປະຊຸມວິສາມັນເທື່ອທີ 2 ນີ້ ຈະປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດຫຼາຍຢ່າງໃນຕົວຈິງ. ພ້ອມທັງ, ສ້າງປະຖົມປັດໄຈສຳຄັນເພື່ອປະຕິບັດໜ້າທີ່ປີ 2030 ແລະ ໃນຊຸມປີຕໍ່ໄປ”.

ໂດຍໃຫ້ຂໍ້ສັງເກດກ່ຽວກັບສະພາບການຢູ່ພາຍໃນປະເທດ ແລະ ໃນໂລກປີ 2023, ທ່ານປະທານສະພາແຫ່ງຊາດຖືວ່າ, ຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍກວ່າຄວາມສະດວກ. ສະນັ້ນ, ທຸກຂັ້ນ, ທຸກກະຊວງ, ຄະນະ, ຂະແໜງການ, ອຳນາດການປົກຄອງທ້ອງຖິ່ນ, ປະຊາຄົມວິສາຫະກິດ ແລະ ປະຊາຊົນທຸກຖ້ວນໜ້າ ຕ້ອງສືບຕໍ່ມານະພະຍາຍາມແກ້ໄຂຄວາມຫຍຸ້ງຍາກ, ບືນຕົວຂຶ້ນຢ່າງບໍ່ຢຸດຢັ້ງ. ຖືການພັດທະນາວັດທະນະທຳທຽບເທົ່າກັບເສດຖະກິດ, ການເມືອງ, ສັງຄົມ… ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຮຽກຮ້ອງວ່າ:

 “ບັນດາສະມາຊິກສະພາແຫ່ງຊາດ, ດ້ວຍຮູບແບບທີ່ເໝາະສົມ, ແຈ້ງຂໍ້ມູນຂ່າວ ໝາກຜົນກອງປະຊຸມເຖິງຜູ້ມີສິດເລືອກຕັ້ງໃນທົ່ວປະເທດຢ່າງໄວ, ຄົບຖ້ວນ. ຮັບຟັງ, ລວບລວມ ແລະ ລາຍງານຄຳເຫັນ, ຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງ; ຕິດຕາມການແກ້ໄຂບັນດາຄຳສະເໜີແນະ, ກ່າວຟ້ອງ, ຮ້ອງຟ້ອງຂອງພົນລະເມືອງຢ່າງມີປະສິດທິຜົນ. ຕັດສິນໃຈປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ແຜນການພັດທະນາເສດຖະກິດ - ສັງຄົມປີ 2023 ນັບແຕ່ຊຸມມື້ຕົ້ນປີ, ຕົ້ນເດືອນຂອງປີໃໝ່ຢ່າງມີໄຊ”.

ແລະກໍ່ໃນຕອນບ່າຍວັນທີ 09 ມັງກອນ, ທ່ານເລຂານຸການໃຫຍ່, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ບຸຍວັນເກືອງ ໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວສາກົນ ປະກາດໝາກຜົນກອງປະຊຸມວິສາມັນເທື່ອທີ 2, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top