• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ພ້ອມ​ກັນ​​ກະ​ທຳ​ມຸ່ງ​ໄປ​ເຖິງຄວາມເປັນ​ລະ​ບຽບ​ຮຽບຮ້ອຍ​ສາ​ກົນ​ທີ່​ມີ​ຄວາມ​​ຍຸ​ຕິ​ທຳ ແລະ ມະ​ນຸດ​ສະ​ທຳ​ກວ່າ

ເລື່ອງ ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍລິ​ຫານ​ງາ​ນ​ສູນ​ກາງ​ພັກກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ເຂົ້າ​ຮ່ວມ​ສັບ​ປະ​ດາ​ຂັ້ນ​ສູງ ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ກ່ອນ​ອື່ນ​ໝົດແມ່ນ​ຢັ້ງ​ຢືນ​ການ​ຖື​ເປັນ​ສຳ​ຄັນ​ຂອງ​ພັກ ແລະ ລັດ ຫວຽດ​ນາມ ຕໍ່​ລັດ​ທິຫຼາຍ​ຝ່າຍ ແລະ ບົດ​ບາດ​ເປັນ​ໃຈ​ກາງ​ຂອງ ສ​ປ​ຊ.
  ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໂດ​ຮຸ່ງຫວຽດ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ຢູ່​ສຳ​ນັກ​ງານ ສ​ປ​ຊ (ພາບ: VNA)  

ເນື່ອງ​ໃນ​ໂອ​ກາດ ​ທ່ານ​ ໂຕເລິມ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ​ຫວຽດ​ນາມ ຈະເຂົ້າ​ຮ່ວມກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ຂັ້ນ​ສູງ ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຄັ້ງ​ທີ 81 ແລະ ມີ​ບັນ​ດາ​ການ​ເຄື່ອນ​ໄຫວ​ສອງ​ຝ່າຍ​ຢູ່ ອາ​ເມ​ລິ​ກາ ແຕ່​ວັນ​ທີ 20 ກັນ​ຍາ, ​ວັນ​ທີ 17 ກັ​ນ​ຍາ ​ທ່ານ​ເອກ​ອັກ​ຄ​ະ​ລັດ​ຖະ​ທູດ ໂດ​ຮຸ່ງ​ຫວຽດ, ຫົວ​ໜ້​າ​ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ສ​ປ​ຊ, ໄດ້​ຕອບ​ສຳ​ພາດ​ຕໍ່​ສື່ມວນ​ຊົນ ຫວຽດ​ນາມ ປະຈຳ​ ນິວຢອກ, ອາ​ເມ​ລິ​ກາ ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຕໍ່​ກັບການ​ພົວ​ພັນ ຫວຽດ​ນາມ - ສ​ປ​ຊ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໂດ​ຮຸ່ງຫວຽດ​ ເນັ້ນ​ໜັກ​ວ່າ ເລື່ອງ ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍລິ​ຫານ​ງາ​ນ​ສູນ​ກາງ​ພັກກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ເຂົ້າ​ຮ່ວມ​ສັບ​ປະ​ດາ​ຂັ້ນ​ສູງ ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ກ່ອນ​ອື່ນ​ໝົດແມ່ນ​ຢັ້ງ​ຢືນ​ການ​ຖື​ເປັນ​ສຳ​ຄັນ​ຂອງ​ພັກ ແລະ ລັດ ຫວຽດ​ນາມ ຕໍ່​ລັດ​ທິຫຼາຍ​ຝ່າຍ ແລະ ບົດ​ບາດ​ເປັນ​ໃຈ​ກາງ​ຂອງ ສ​ປ​ຊ. ນີ້​ກໍ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຕໍ່​ແນວ​ທາງ​ການ​ຕ່າງ​ປະ​ເທດ​ທີ່​ເປັນ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ສັນ​ຕິ​ພາບ, ມິດ​ຕະ​ພາບ, ການ​ຮ່ວມ​ມື ແລະ ການ​ພັດ​ທະ​ນາ, ຫັນ​ການ​ພົວ​ພັນ​ທາງ​ການ​ທູດ​ຂອງ ຫວຽດ​ນາມ , ​ເປັນຫຼາຍ​ຮູບຫຼາຍ​ແບບແລະ ຫຼາຍ​ຝ່າຍ. ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ຢູ່​ເວ​ທີ​ປາ​ໄສຫຼາຍ​ຝ່າຍ​ໃຫຍ່​ທີ່​ສຸດ​ໃນ​ໂລກຍິ່ງ​ມີ​ຄວາມ​ໝາຍ​ເມື່ອ​ປີ​ນີ້ ເປັນ​ປີ​ທຳ​ອິດ​ຜັນ​ຂະ​ຫຍາຍມະຕິກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV, ເປີດ​ສັງ​ກາດ​ພັດ​ທະ​ນາ​ໃໝ່ຂອງ​ປະ​ເທດ​ຊາດ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໂດ​ຮຸ່ງ​ຫວຽດ ໃຫ້​ຮູ້​ວ່າ ຢູ່​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທາ​ນ​ປະ​ເທດ ໂຕ​ເລິມ ຈະ​ມີ​ບົດ​ກ່າວ​ປາ​ໄສ​ສຳ​ຄັນ, ຄາດ​ວ່າຈະ​ເນັ້ນ​ໜັກ​ເຖິງ​ສານ​ກ່ຽວ​ກັບ​ການ​ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ພ້ອມ​ກັນ​ກະ​ທຳ​ເພື່ອ​ບັນ​ດາ​ການ​ຫັນ​ປ່ຽນໃຫຍ່​ຂອງ​ໂລກ​ ຈະ​ເປັນ​ການເປີດ​ກາ​ລະ​ໂອ​ກາດ​ໃຫ້​ແກ່​ສັນ​ຕິ​ພາບ, ການ​ຮ່ວມ​ມື ແລະ ການ​ພັ​ດ​ທະ​ນາຕື່ມອີກ, ມຸ່ງ​ໄປ​ເຖິງ​ຄວາມເປັນ​ລະ​ບຽບ​ຮຽບຮ້ອຍ​ທີ່​ມີ​ຄວາມ​ຍຸ​ຕິ​ທຳ ແລະ ມະ​ນຸດ​ສະ​ທຳ​ກວ່າ.

(ແຫຼ່ງຄັດຈາກ VOV)

ຕະຫຼາດຫຼັກ​ຊັບ ຫວຽດ​ນາມ ໄດ້​ຍົກ​ລະ​ດັບ​ຂຶ້ນເປັນ​ຕະຫຼາດ​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນຂັ້ນສອງ​ຢ່າງ​ເປັນ​ທາງ​ການ

ຕະຫຼາດຫຼັກ​ຊັບ ຫວຽດ​ນາມ ໄດ້​ຍົກ​ລະ​ດັບ​ຂຶ້ນເປັນ​ຕະຫຼາດ​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນຂັ້ນສອງ​ຢ່າງ​ເປັນ​ທາງ​ການ

ກອງ​ປະ​ຊຸມ​ໄດ້​ຈັດ​ຂຶ້ນ​ເພື່ອ​ແຈ້ງ​ຂ່າວ​ກ່ຽວ​ກັບ​ເລື່ອງ​ຕະຫຼາດຫຼັກ​ຊັບ ​ຫວຽດ​ນາມ ໄດ້​ເລື່ອນຂຶ້ນ​ລະ​ດັບ​ກາຍ​ເປັນ​ຕະຫຼາດ​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ​ຕາມ​ການຈັດ​ແບ່ງ​ຂອງ FTSE Russell ຢ່າງ​ເປັນ​ທາງ​ການ3.

Top