• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປັບໄໝລົງໂທດບັນດາກໍລະນີຂຸດຄົ້ນສິນໃນນ້ຳຜິດກົດໝາຍຢ່າງເຂັ້ມງວດ

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ສະເໜີໃຫ້ບັນດາທ້ອງຖິ່ນປະຕິບັດຕາມມະຕິເລກທີ 04 ຂອງສະພາຜູ້ພິພາກສາສານປະຊາຊົນສູງສຸດຢ່າງເຖິງຖອງ.
(ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ກ່າວຄຳເຫັນທີ່ກອງປະຊຸມ)

ກ່າວຄຳເຫັນທີ່ກອງປະຊຸມສະຫຼຸບເບື້ອງຕົ້ນຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການຕ້ານການຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ເຮັດຕາມຂໍ້ກຳນົດ (IUU), ຈັດຂຶ້ນໃນຕອນບ່າຍວັນທີ 17 ມີຖຸນາ, ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ສະເໜີໃຫ້ບັນດາທ້ອງຖິ່ນປະຕິບັດຕາມມະຕິເລກທີ 04 ຂອງສະພາຜູ້ພິພາກສາສານປະຊາຊົນສູງສຸດຢ່າງເຖິງຖອງ, ເພື່ອຍົກອອກພິພາກສາບັນດາກໍລະນີລະເມີດ IUU. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ, ຊີ້ແຈ້ງວ່າ:

        “ຂຸດຄົ້ນມະຕິເລກທີ 04 ຢ່າງເຖິງຖອງ, ຖ້າ 28 ທ້ອງຖິ່ນປັບໄໝລົງທົດຢ່າງຄົບຊຸດ, ເດັດຂາດ, ເຂັ້ມງວດກໍ່ຈະສ້າງເປັນບັນຍາກາດລວມ, ພວກເຮົາຈະມີການເກັ້ຍກ່ອມຢ່າງໃຫຍ່ຫຼວງເພື່ອຂໍໃຫ້ຄະນະກວດກາຂອງຄະນະກຳມະການ ເອີລົບ (ອີຊີ) ຍົກເລີດບັດເຫຼືອງ”.

        ພາຍຫຼັງການກວດກາ 4 ຄັ້ງຂອງ ອີຊີ ນັ້ນ, ມາຮອດປະຈຸບັນ, ຫວຽດນາມ ໄດ້ປະຕິບັດສຳເລັດກອບນິຕິກຳ, ຕອບສະໜອບຄວາມຮຽກຮ້ອງຕ້ານການຂຸດຄົ້ນ IUU ຕາມຂໍ້ສະເໜີຂອງ ອີຊີ. ວຽກງານປະຕິບັດກົດໝາຍ, ປັບໄໝລົງໂທດບັນດາການກະທຳລະເມີດການຂຸດຄົ້ນ IUU ໄດ້ຮັບການເພີ່ມທະວີຂຶ້ນເມື່ອທຽບໃສ່ກ່ອນນີ້.

(ແຫຼ່ງຄັດຈາກ VOV)

ສິນຄ້າ ຫວຽດນາມ ຊອກຫາໂອກາດຢູ່ຕະຫຼາດ ຈີນ ແລະ ອາຊຽນ

ສິນຄ້າ ຫວຽດນາມ ຊອກຫາໂອກາດຢູ່ຕະຫຼາດ ຈີນ ແລະ ອາຊຽນ

ຈຸດເດັ່ນຂອງ ຫວຽດນາມ ທີ່ CAEXPO ປີນີ້ແມ່ນຮ້ານວາງສະແດງລະດັບຊາດດ້ວຍຫົວຂໍ້ "ນະຄອນສວຍງາມ".

Top