• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປັບປຸງ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ທີ່​ມີ​ຕໍ່​ພັກ, ລັດ

ແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງການເມືອງ, ສັງຄົມ ຕ້ອງເພີ່ມທະວີການຕິດຕາມກວດກາ, ຕີລາຄາກ່ຽວກັບບັນດານະໂຍບາຍທີ່ໄດ້ປະກາດໃຊ້ໃນໄລຍະຜ່ານມາ ເພື່ອລາຍງານຕໍ່ລັດຖະບານ. 

ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ  (ພາບ:TTXVN)

ກ່າວຄໍາເຫັນທີ່ກອງປະຊຸມແລກປ່ຽນວຽກງານຂົນຂວາຍປະຊາຊົນ ຄະນະພັກແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງການເມືອງ - ສັງຄົມ ທີ່ດໍາເນີນໃນຕອນບ່າຍວັນທີ 29 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ເນັ້ນໜັກວ່າ: ຊຸມເດືອນຜ່ານມາ, ແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງການເມືອງ - ສັງຄົມ ໄດ້ມີການຫັນປ່ຽນຮູບແບບການເຄື່ອນໄຫວໂດຍໄວ, ເພີ່ມທະວີການໝູນໃຊ້ຮູບການທາງອອນລາຍ ເພື່ອຮັກສາບັນດາການເຄື່ອນໄຫວສໍາຄັນ. ພິເສດ, ລະດົມກໍາລັງໜູນຊ່ວຍໃຫ້ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໄດ້ຢ່າງມີປະສິດທິຜົນ, ປະກອບສ່ວນສໍາຄັນເຂົ້າໃນຜົນສໍາເລັດຂອງການປ້ອງກັນ, ສະກັດກັ້ນໂລກລະບາດ, ຮັບປະກັນການດໍາລົງຊີວິດທີ່ປອດໄພໃຫ້ແກ່ປະຊາຊົນ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ, ລັດ, ລະບົບການເມືອງ. ທ່ານນາງ ເຈືອງທິມາຍ ສະເໜີວ່າ:

        “ຂ້າພະເຈົ້າສະເໜີໃຫ້ບັນດາອົງການຕ້ອງຕິດຕາມກວດກາອົງການຂອງຕົນ ເພື່ອຕີລາຄາບັນດານະໂຍບາຍທີ່ໄດ້ປະກາດໃຊ້ໃນໄລຍະຜ່ານມາ ເພື່ອລາຍງານຕໍ່ລັດຖະບານ. ສະຫະພັນໃຫຍ່ ຕ້ອງຮີບເຮັ່ງກວດກາຄືນໃໝ່ໂຄງຮ່າງປ່ຽນແປງໃໝ່ການເຄື່ອນໄຫວຂອງອົງການກໍາມະບານໃນສະພາບການໃໝ່, ຍື່ນສະເໜີຕໍ່ກົມການເມືອງ,   ກ່ອນທີ່ກົດໝາຍວ່າດ້ວຍກໍາມະບານຈະໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດໃນເດືອນຕຸລາ ຈະມາເຖິງ”.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top