ຂ່າວສານ
ປະມຸກລັດ, ການນຳບັນດາປະເທດ ອວຍພວນທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ
ໃນຈົດໝາຍອວຍພອນທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ສະແດງຄວາມເຄົາລົບຕໍ່ບັນດາຄຳໝັ້ນສັນຍາຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນການຊຸກຍູ້ການຮ່ວມມື ແລະ ສາຍພົວພັນຍຸດທະສາດ ຫວຽດນາມ - ອາເມລິກາ, ພ້ອມທັງປາດຖະໜາວ່າ ຈະສືບຕໍ່ເພີ່ມທະວີການພົວພັນລະຫວ່າງສອງປະເທດ ແລະ ອວຍພອນໃຫ້ທ່ານເລຂາທິການໃຫຍ່ ປະສົບຜົນສຳເລັດໃນຖານະອັນສູງສົ່ງຂອງຕົນ.
ຈົດໝາຍອວຍພອນຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ໄດ້ມີຕອນຂຽນວ່າ: “ຂ້າພະເຈົ້າມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ເມື່ອພວກເຮົາໄດ້ເຫັນດີເປັນເອກະພາບຈະສືບຕໍ່ນຳການພົວພັນລະຫວ່າງສອງປະເທດ ໃຫ້ພັດທະນາກວ່າອີກ, ອັນໄດ້ສະແດງໃຫ້ເຫັນຄວາມສະໜິດຕິດພັນອັນເລິກເຊິ່ງລະຫວ່າງ ຍີ່ປຸ່ນ ແລະ ຫວຽດນາມ.”
ສ່ວນໃນຈົດໝາຍອວຍພອນຂອງທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae –in ໄດ້ຂຽນວ່າ: “ຂ້າພະເຈົ້າ ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງທ່ານເລຂາທິການໃຫຍ່ ໃນການພັດທະນາສາຍພົວພັນສອງປະເທດ ສ.ເກົາຫຼີ ແລະ ຫວຽດນາມ ໃນໄລຍະຜ່ານມາ.”
ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໄດ້ຂຽນໃນຈົດໝາຍອວຍພອນທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ວ່າ “ຂ້າພະເຈົ້າ ປາດຖະໜາວ່າ ສອງປະເທດ ຈະພ້ອມກັນຊຸກຍູ້ ແລະ ເຮັດໃຫ້ສາຍພົວພັນລະຫວ່າງສອງປະເທດ, ໂດຍສະເພາະໃນຂົງເຂດເສດຖະກິດ, ວັດທະນະທຳ, ສາທາລະນະສຸກ,...
ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ, ທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຊາ ແລະ ທ່ານປະທານາທິບໍດີ ອິນເດຍ Ram Ram Nath Kovind ກໍໄດ້ສົ່ງຈົດໝາຍອວຍພອນມາຍັງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ເຊັ່ນດຽວກັນ.
(ແຫຼ່ງຄັດຈາກ VOV)