• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ ຢ້ຽມ​ຢາມ ຫວຽດ​ນາມ ແນ່​ໃສ່ປັບ​ປຸງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ສອງ​ຝ່າຍ

ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ຈະມາຢ້ຽມຢາມລັດຖະກິດຄັ້ງທໍາອິດຢູ່ ຫວຽດນາມ ແຕ່ວັນທີ 25 ຫາວັນທີ 27 ພຶດສະພາ, ເພື່ອແນໃສ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ ເລິກເຊິ່ງຂຶ້ນຕື່ມ. ຂໍ້ມູນດັ່ງກ່າວ ໂດຍທ່ານ Olivier Brochet ເອກອັກຄະລັດຖະທູດ ຝລັ່ງ ປະຈຳ ຮ່າໂນ້ຍ, ປະກາດໃນວັນທີ 23 ພຶດສະພາ.
  ທ່ານເອກອັກຄະລັດຖະທູດ ຝລັ່ງ ປະຈຳ ຫວຽດນາມ, Olivier Brochet (ພາບ: qdnd.vn)  

ການຢ້ຽມຢາມນອນໃນຂອບເຂດການເດີນທາງໄປປະຕິບັດງານຢູ່ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ຂອງທ່ານປະທານາທິບໍດີ ຝລັ່ງ, ລວມທັງ ຫວຽດນາມ, ອິນໂດເນເຊຍ ແລະ ສິງກະໂປ. ນີ້ແມ່ນສ່ວນໜຶ່ງໃນຍຸດທະສາດ ມະຫາສະໝຸດ ອິນເດຍ - ປາຊີຟິກ ໂດຍ ຝລັ່ງຜັນຂະຫຍາຍແຕ່ປີ 2018. ທ່ານເອກອັກຄະລັດຖະທູດ ຝລັ່ງ ປະຈຳ ຫວຽດນາມ, Olivier Brochet, ໃຫ້ຮູ້ວ່າ ຫວຽດນາມ ແມ່ນປະເທດທີ່ທ່ານຢ້ຽມຢາມຄັ້ງທຳອິດໃນການເຄື່ອນໄຫວຄັ້ງນີ້ ໄດ້ສະແດງໃຫ້ເຫັນບົດບາດເປັນໃຈກາງຂອງ ຮ່າໂນ້ຍ ໃນນະໂຍບາຍພາກພື້ນຂອງ ປາຣີ.

“ທ່ານ Emmanuel Macron ເລືອງເອົາ ຫວຽດນາມ ເປັນປະເທດທຳອິດໃນການເຄື່ອນໄຫວຄັ້ງນີ້ ເພື່ອແນໃສ່ຢັ້ງຢືນສາຍພົວພັນແບບພິເສດ, ແໜ້ນແຟ້ນລະຫວ່າງສອງຊາດ. ພວກເຮົາມີປະຫວັດສາດລວມທີ່ຍາວນານ, ແລະ ກວ່າ 3 ທົດສະວັດຜ່ານມາ ໄດ້ເຫັນປະຈັກຕາການພັດທະນາຢ່າງບໍ່ຢຸດຢັ້ງນັບທັງການຮ່ວມມືສອງຝ່າຍ ຕະຫຼອດຮອດການພົວພັນແລກປ່ຽນປະຊາຊົນ. ເລື່ອງທ່ານປະທານາທິບໍດີ ຝລັ່ງ ຢ້ຽມຢາມ ຫວຽດນາມ ແມ່ນພະຍານຫຼັກຖານຢ່າງຈະແຈ້ງສຳລັບຄຸນນະພາບຂອງການພົວພັນສອງຝ່າຍ, ກໍຄືຄວາມຕັດສິນໃຈຂອງທັງສອງຝ່າຍ - ພິເສດແມ່ນຂອງ ຝລັ່ງ - ໃນການເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດເລິກເຊິງກວ່າອີກ.”

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ສູ້​ຊົນ​ຍົກ​ວົງ​ເງິນ​ການ​ຄ້າ ຫວຽດ​ນາມ - ຟີ​ລິບ​ປິນ ໃຫ້​ບັນ​ລຸ 10 ຕື້ USD ໂດຍ​ໄວ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ສູ້​ຊົນ​ຍົກ​ວົງ​ເງິນ​ການ​ຄ້າ ຫວຽດ​ນາມ - ຟີ​ລິບ​ປິນ ໃຫ້​ບັນ​ລຸ 10 ຕື້ USD ໂດຍ​ໄວ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະທານາທິບໍດີ Ferdinand Marcos Jr ຕີລາຄາສູງບັນດາຄວາມຄືບໜ້າທີ່ດີໃນການພົວພັນລະຫວ່າງ ຟີລິບປິນ ແລະ ຫວຽດນາມ; ໂດຍຖືວ່າ ສອງຝ່າຍມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມືດ້ານເສດຖະກິດ, ການຄ້າ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ກະສິກຳ, ການສົ່ງອອກເຂົ້າສານ, ພະລັງງານທົດແທນ.

Top