ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ຈະມາຢ້ຽມຢາມລັດຖະກິດຄັ້ງທໍາອິດຢູ່ ຫວຽດນາມ ແຕ່ວັນທີ 25 ຫາວັນທີ 27 ພຶດສະພາ, ເພື່ອແນໃສ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ ເລິກເຊິ່ງຂຶ້ນຕື່ມ. ຂໍ້ມູນດັ່ງກ່າວ ໂດຍທ່ານ Olivier Brochet ເອກອັກຄະລັດຖະທູດ ຝລັ່ງ ປະຈຳ ຮ່າໂນ້ຍ, ປະກາດໃນວັນທີ 23 ພຶດສະພາ.
ທ່ານເອກອັກຄະລັດຖະທູດ ຝລັ່ງ ປະຈຳ ຫວຽດນາມ, Olivier Brochet (ພາບ: qdnd.vn)
ການຢ້ຽມຢາມນອນໃນຂອບເຂດການເດີນທາງໄປປະຕິບັດງານຢູ່ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ຂອງທ່ານປະທານາທິບໍດີ ຝລັ່ງ, ລວມທັງ ຫວຽດນາມ, ອິນໂດເນເຊຍ ແລະ ສິງກະໂປ. ນີ້ແມ່ນສ່ວນໜຶ່ງໃນຍຸດທະສາດ ມະຫາສະໝຸດ ອິນເດຍ - ປາຊີຟິກ ໂດຍ ຝລັ່ງຜັນຂະຫຍາຍແຕ່ປີ 2018. ທ່ານເອກອັກຄະລັດຖະທູດ ຝລັ່ງ ປະຈຳ ຫວຽດນາມ, Olivier Brochet, ໃຫ້ຮູ້ວ່າ ຫວຽດນາມ ແມ່ນປະເທດທີ່ທ່ານຢ້ຽມຢາມຄັ້ງທຳອິດໃນການເຄື່ອນໄຫວຄັ້ງນີ້ ໄດ້ສະແດງໃຫ້ເຫັນບົດບາດເປັນໃຈກາງຂອງ ຮ່າໂນ້ຍ ໃນນະໂຍບາຍພາກພື້ນຂອງ ປາຣີ.
“ທ່ານ Emmanuel Macron ເລືອງເອົາ ຫວຽດນາມ ເປັນປະເທດທຳອິດໃນການເຄື່ອນໄຫວຄັ້ງນີ້ ເພື່ອແນໃສ່ຢັ້ງຢືນສາຍພົວພັນແບບພິເສດ, ແໜ້ນແຟ້ນລະຫວ່າງສອງຊາດ. ພວກເຮົາມີປະຫວັດສາດລວມທີ່ຍາວນານ, ແລະ ກວ່າ 3 ທົດສະວັດຜ່ານມາ ໄດ້ເຫັນປະຈັກຕາການພັດທະນາຢ່າງບໍ່ຢຸດຢັ້ງນັບທັງການຮ່ວມມືສອງຝ່າຍ ຕະຫຼອດຮອດການພົວພັນແລກປ່ຽນປະຊາຊົນ. ເລື່ອງທ່ານປະທານາທິບໍດີ ຝລັ່ງ ຢ້ຽມຢາມ ຫວຽດນາມ ແມ່ນພະຍານຫຼັກຖານຢ່າງຈະແຈ້ງສຳລັບຄຸນນະພາບຂອງການພົວພັນສອງຝ່າຍ, ກໍຄືຄວາມຕັດສິນໃຈຂອງທັງສອງຝ່າຍ - ພິເສດແມ່ນຂອງ ຝລັ່ງ - ໃນການເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດເລິກເຊິງກວ່າອີກ.”