• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

12 ປະ​ເທດ​ກ່າວ​ປະ​ນາມ ອິດ​ສະ​ຣາ​ແອັນ ​ຂວາງ​ກັ້ນຂະ​ບວນ​ກ່ຳ​ປັ່ນ​ທີ່​ສະ​ໜັບ​ສະ​ໜູນ ກາ​ຊາ ແລະ ຈັບ​ຕົວ​ບັນ​ດາ​ນັກ​ເຄື່ອນ​ໄຫວ​ສາ​ກົນ

ວັນ​ທີ 30 ເມ​ສາ, ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ 12 ປະ​ເທດ, ລວມ​ມີ: ຕວັກ​ກີ, ບ​ຣາ​ຣິນ, ຈໍ​ແດນ, ປາ​ກິດ​ສະ​ຖານ, ແອັດ​ສະ​ປາຍ, ມາ​ເລ​ເຊຍ, ບັງ​ກະ​ລາ​ເທດ, ໂອ​ລົມ​ເບຍ, ມານດິວ, ໂມ​ຣີ​ຕາ​ນີ, ອາ​ຟະ​ຣິ​ກາ​ໃຕ້ ແລະ ລີ​ບີ ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​ກ່າວ​ປະ​ນາມ​ເລື່ອງ ອິດ​ສະ​ຣາ​ແອັນ ​ຂວາງ​ກັ້ນ​ຂະ​ບວນ​ກ່ຳ​ປັ່ນ​ກູ້​ໄພ​ກູ້​ຊີບ​ທີ່​ໜັບ​ສະ​ໜູນ​ເຂດ ກາ​ຊາ ແລະ ຈັບ​ຕົວ​ບັນ​ດາ​ນັກ​ເຄື່ອນ​ໄຫວ​ສາ​ກົນ

ວັນ​ທີ 30 ເມ​ສາ, ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ 12 ປະ​ເທດ, ລວມ​ມີ: ຕວັກ​ກີ, ບ​ຣາ​ຣິນ, ຈໍ​ແດນ, ປາ​ກິດ​ສະ​ຖານ, ແອັດ​ສະ​ປາຍ, ມາ​ເລ​ເຊຍ, ບັງ​ກະ​ລາ​ເທດ, ໂອ​ລົມ​ເບຍ, ມານດິວ, ໂມ​ຣີ​ຕາ​ນີ, ອາ​ຟະ​ຣິ​ກາ​ໃຕ້ ແລະ ລີ​ບີ ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​ກ່າວ​ປະ​ນາມ​ເລື່ອງ ອິດ​ສະ​ຣາ​ແອັນ ​ຂວາງ​ກັ້ນ​ຂະ​ບວນ​ກ່ຳ​ປັ່ນ​ກູ້​ໄພ​ກູ້​ຊີບ​ທີ່​ໜັບ​ສະ​ໜູນ​ເຂດ ກາ​ຊາ ແລະ ຈັບ​ຕົວ​ບັນ​ດາ​ນັກ​ເຄື່ອນ​ໄຫວ​ສາ​ກົນ​ໃນ​ບັນ​ດາ​ກ່ຳ​ປັ່ນ​ເຫຼົ່າ​ນັ້ນ… ຖະ​ແຫຼງ​ການ​ຮ່ວມ ໄດ້​ຢັ້ງ​ຢືນວ່າ ການ​ກະ​ທຳ​ດັ່ງ​ກ່າວ​ຂອງ ອິດ​ສະ​ຣາ​ແອັນ ແມ່ນ​ລະ​ເມີດ​ກົດ​ໝາຍ​ສາ​ກົນ, ໃນ​ນັ້ນ ມີ​ກົດ​ໝາຍ​ວ່າ​ດ້ວຍ​ສິດ​ທິ​ມະ​ນຸດ; ພ້ອມ​ທັງ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ສາ​ກົນ​ປະ​ຕິ​ບັດ​ພັນ​ທະ​ຄຸນ​ສົມ​ບັດ ແລະ ກົດ​ໝາຍ​ກ່ຽວ​ກັບ​ການ​ເຄົາ​ລົບ​ກົດ​ໝາຍ​, ປົກ​ປ້ອງ​ສາ​ມັນ​ຊົນຢ່າງ​ຄົບ​ຖ້ວນ ແລະ ຮັບ​ປະ​ກັນ​ວ່າ​ບັນ​ດາ​ການ​ກະ​ທຳ​ລະ​ເມີດ​ກົດ​ໝາຍ​ຕ້ອງ​ຖືກ​ລົງ​ໂທດ​.

ຜູ້​ຕາງ​ໜ້າ​ຂອງ​ຂະ​ບວນ​ກ່ຳ​ປັ່ນ​ດັ່​ງ​ກ່າວ​ໄດ້​ຕຳ​ໜິ​ຕິ​ຕຽນ​ການ​ກະ​ທຳ​​ຂວາງ​ກັ້ນ ແລະ ຈັບ​ຕົວ​ຂອງ​ທະ​ຫານ​ເຮືອ ອິດ​ສະ​ຣາ​ແອັນ, ຖື​ນີ້​ແມ່ນ​ການ​ກະ​ທຳ​ລະ​ເມີດ​ກົດ​ໝາຍ​ສາ​ກົນ​ ເພາະ​ວ່າ ມັນ​ໄດ້​ດຳ​ເນີນ​ຢູ່​ເຂດ​ທະ​ເລ​ສາ​ກົນ, ຫ່າງ​ຈາກ ອິດ​ສະ​ຣາ​ແອັນ ນັບ​ຮ້ອຍ​ໄມ​ທະ​ເລ.

(ແຫຼ່ງຄັດຈາກ VOV)

ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ ຜັນ​ຂະ​ຫຍາຍຫຼາຍກິດ​ຈະ​ກຳ​ທີ່ມີ​ຄວາມ​ໝາຍ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້ ຫວຽດ​ນາມ ແລະ ວັນ​ກຳ​ມະ​ກອນ​ສາ​ກົນ

ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ ຜັນ​ຂະ​ຫຍາຍຫຼາຍກິດ​ຈະ​ກຳ​ທີ່ມີ​ຄວາມ​ໝາຍ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້ ຫວຽດ​ນາມ ແລະ ວັນ​ກຳ​ມະ​ກອນ​ສາ​ກົນ

ພົ້ນ​ເດັ່ນ​ຂຶ້ນ​ໃນ​ລະ​ບົບ​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ແມ່ນ​ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ “ປະ​ດັບ​ປະ​ດາ​ກຸບ ຫວຽດ” ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງທະ​ຫານ​ຍິງ​ທີ່​ມາ​ຈາກຫຼາຍ​ປະ​ເທດ.

Top