• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຮັດ​ວຽກ​ກັບ​ແຂວງ ດັກ​ລັກ

ຕອນເຊົ້າວັນທີ 30 ມິຖຸນາ, ຢູ່ນະຄອນ ບວນມາທວດ, ແຂວງ ດັກລັກ ໄດ້ດຳເນີນກອງປະຊຸມຄັ້ງປະຖົມມະລຶກ, ສະພາປະຊາຊົນຊຸດທີ X, ອາຍຸການ 2021 – 2026.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ສະເໜີໃຫ້ສະພາປະຊາຊົນແຂວງ ດັກລັກ ຊຸດທີ X ຈົ່ງສືບຕໍ່ປ່ຽນແປງໃໝ່ຢ່າງແຮງ, ຍົກສູງຄຸນນະພາບ ແລະ ປະສິດທິຜົນໃຫ້ຫຼາຍກວ່າອີກ

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ເນັ້ນໜັກວ່າ ສະມາຊິກສະພາປະຊາຊົນ ຄວນເສີມຂະຫຍາຍຄວາມເປັນເຈົ້າການ, ມີຫົວຄິດປະດິດສ້າງ, ຕັ້ງໜ້າປ່ຽນແປງໃໝ່ໃນການເຄື່ອນໄຫວກວດກາ, ຕິດຕາມກວດກາ, ຊັກຖາມ, ພົບປະກັບຜູ້ມີສິດເລືອກຕັ້ງ, ຕ້ອນຮັບພົນລະເມືອງ ແລະ ປະກອບຄຳຄິດເຫັນແກ່ການສ້າງກົດໝາຍ.

        ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ສະເໜີໃຫ້ສະພາປະຊາຊົນແຂວງ ດັກລັກ ຊຸດທີ X ຈົ່ງສືບຕໍ່ປ່ຽນແປງໃໝ່ຢ່າງແຮງ, ຍົກສູງຄຸນນະພາບ ແລະ ປະສິດທິຜົນໃຫ້ຫຼາຍກວ່າອີກ; ພ້ອມທັງເຊື່ອໝັ້ນວ່າ ດັກລັກ ຈະກາຍເປັນໜຶ່ງໃນບັນດາທ້ອງຖິ່ນທີ່ມີການເຕີບໂຕເສດຖະກິດ, ມີຄວາມດູດດື່ມ ແລະ ແຜ່ກະຈາຍ ໃນເຂດເສດຖະກິດຢູ່ ເຕີຍງວຽນ, ມຸ່ງໄປເຖິງວິໄສທັດກາຍເປັນໃຈກາງຂອງເຂດສາມລ່ຽມພັດທະນາ ຫວຽດນາມ - ລາວ - ກຳປູເຈຍ ແລະ ອະນຸພາກພື້ນແມ່ນ້ຳຂອງ.

        ໃນວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ກໍໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ກຳມະກອນ, ຊາວຜູ້ອອກແຮງງານ ທີ່ປະສົບກັບຄວາມຫຍຸ້ງຍາກ ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19 ຢູ່ ແຂວງ ດັກລັກ.

 (ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top