• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວ້: ບໍ່​ໃຫ້​ຜູ້​ໃດ​ຖືກ​ປະ​ໄວ້​ຢູ່​ທາງຫຼັງ ໃນ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ​ປີ​ແມວ

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດ, ມອບຂອງຂວັນໃຫ້ແກ່ກຳລັງປະກອບອາວຸດ, ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ, ພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ, ກຳມະກອນ, ຜູ້ອອກແຮງງານ ຜູ້ທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນເມືອງ ບາດຊາດ, ແຂວງ ລາວກາຍ.
  ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ກຳລັງຕຳຫຼວດແຂວງ ລາວກາຍ (ພາບ: VOV)  

ໂດຍສືບຕໍ່ການຢ້ຽມຢາມ, ອວຍພອນບຸນປີໃໝ່ຢູ່ແຂວງ ລາວກາຍ, ຕອນເຊົ້າວັນທີ 16 ມັງກອນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດ, ມອບຂອງຂວັນໃຫ້ແກ່ກຳລັງປະກອບອາວຸດ, ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ, ພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ, ກຳມະກອນ, ຜູ້ອອກແຮງງານ ຜູ້ທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນເມືອງ ບາດຊາດ, ແຂວງ ລາວກາຍ.

  ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ຕີລາຄາສູງຜົນງານເຊິ່ງແຂວງ ລາວກາຍ ບັນລຸໄດ້ໃນໄລຍະຜ່ານມາ   
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ຕີລາຄາສູງຕໍ່ຜົນງານເຊິ່ງແຂວງ ລາວກາຍ, ເມືອງ ບາດຊາດ ແລະ ກຳລັງທະຫານປ້ອງກັນຊາຍແດນບັນລຸໄດ້ໃນໄລຍະຜ່ານມາ, ພິເສດໃນປີ 2022; ພ້ອມທັງເຊື່ອໝັ້ນວ່າ ແຂວງ ລາວກາຍ ຈະບັນລຸໄດ້ເປົ້າໝາຍກາຍເປັນແຂວງມີລະດັບເຕີບໂຕສູງຂອງເຂດໃນປີ 2025; ກາຍເປັນແຂວງມີລະດັບດີພໍສົມຄວນຂອງປະເທດໃນປີ 2030 ແລະ ເປັນແຂວງພັດທະນາຂອງປະເທດໃນປີ 2045. ທ່ານເນັ້ນໜັກວ່າ:

“ຂ້າພະເຈົ້າຫວັງວ່າ ຄະນະພັກ, ອຳນາດການປົກຄອງ, ກຳລັງປະກອບອາວຸດ ແລະ ປະຊາຊົນໃນບໍລິເວນ ຈະເບິ່ງແຍງດູແລຄອບຄົວເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີ, ຄອບຄົວທຸກຍາກ ແລະ ຜູ້ປະສົບກັບຄວາມຫຍຸ້ງຍາກໃຫ້ເປັນຢ່າງດີ. ເດັດດຽວ ຕັດສິນໃຈຢ່າງເດັດດ່ຽວ ເພື່ອໃຫ້ບຸກຄົນຕ່າງກໍໄດ້ຕ້ອນຮັບບຸນເຕັດຢ່າງເບີກບານມ່ວນຊື່ນ ແລະ ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ ໃນບຸນປີໃໝ່ປະຈຳຊາດ ປີແມວ 2023 ນີ້”.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top