• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ ເລືອງ​ເກື່ອງ ເຮັດ​ວຽກ​ກັບ​ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ

ອົງການໄອຍະການປະຊາຊົນສູງສຸດ ຕ້ອງ ເປັນເຈົ້າການ, ຕັ້ງໜ້າສຶກສາບົດຮຽນສິ່ງຍອດຍິ່ງຂອງໂລກ, ໝູນໃຊ້ເຂົ້າໃນເງື່ອນໄຂລະອຽດຂອງ ຫວຽດນາມ; ສືບຕໍ່ຍົກສູງປະສິດທິຜົນການເຄື່ອນໄຫວຮ່ວມມືສາກົນໃນການປ້ອງກັນ, ຕ້ານອາດຊະຍາກອຳ; ປະຕິບັດບົດບາດຂອງອົງການປະສານງານ ໜູນຊ່ວຍຕຸລາການກ່ຽວກັບອາຍາ.
ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: Lâm Khánh/TTXVN)

ຕອນເຊົ້າວັນທີ 3 ທັນວາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ, ຫົວໜ້າຄະນະຊີ້ນຳການປະຕິຮູບຕຸລາການສູນກາງ, ແລະ ຄະນະປະຕິບັດງານສູນກາງ, ໄດ້ມີການເຮັດວຽກກັບອົງການໄອຍະການປະຊາຊົນສູງສຸດ. ກ່າວຄໍາເຫັນນະທີ່ນີ້, ທ່ານປະທານປະເທດ ເລືອງເກື່ອງ  ສະເໜີໃຫ້ຂະແໜງໄອຍະການເປັນເຈົ້າການ, ຕັ້ງໜ້າເປັນເສນາທິການ, ຫັນບັນດາແຜນນະໂຍບາຍ, ແນວທາງຂອງພັກ ກ່ຽວກັບວຽກງານຕຸລາການເປັນລະບອບລຽບການ; ສົມທົບກັບບັນດາອົງການທີ່ກ່ຽວຂ້ອງຄົ້ນຄວ້າສ້າງຂໍ້ກຳນົດກົດໝາຍກ່ຽວກັບພັນທະ, ໜ້າທີ່, ສິດອຳນາດ, ຄວາມຮັບຜິດຊອບ, ຂອບເຂດການເຄື່ອນໄຫວໃຫ້ສົມບູນແບບ, ຮັບປະກັນຄວາມເປັນເອກະພາບ, ຄົບຊຸດໃນການພົວພັນລະຫວ່າງ ອົງການໄອຍະການປະຊາຊົນ ກັບບັນດາອົງການຈັດຕັ້ງອື່ນໃນກົງຈັກລັດ.

ບັນຍາກາດການເຮັດວຽກ (ພາບ: Lâm Khánh/TTXVN)

ກ່ຽວກັບການເຄື່ອນໄຫວຮ່ວມມືສາກົນ, ທ່ານປະທານປະເທດ ເລືອງເກື່ອງ ຖືວ່າ ອົງການໄອຍະການປະຊາຊົນສູງສຸດ ຕ້ອງ ເປັນເຈົ້າການ, ຕັ້ງໜ້າສຶກສາບົດຮຽນສິ່ງຍອດຍິ່ງຂອງໂລກ, ໝູນໃຊ້ເຂົ້າໃນເງື່ອນໄຂລະອຽດຂອງ ຫວຽດນາມ; ສືບຕໍ່ຍົກສູງປະສິດທິຜົນການເຄື່ອນໄຫວຮ່ວມມືສາກົນໃນການປ້ອງກັນ, ຕ້ານອາດຊະຍາກອຳ; ປະຕິບັດບົດບາດຂອງອົງການປະສານງານ ໜູນຊ່ວຍຕຸລາການກ່ຽວກັບອາຍາ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ແຊັກ​ໄບ​ຊານ Ilham Aliyev

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ແຊັກ​ໄບ​ຊານ Ilham Aliyev

ຕອນ​ເຊົ້າ​ວັນ​ທີ 21 ພະ​ຈິກ, ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ (ຮ່າ​ໂນ້ຍ), ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ເປັນ​ປ​ະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ແຊັກ​ໄບ​ຊານ Ilham Aliyev ຢ່າງ​ເປັນາ​ທງ​ການ.

Top