• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ​ສິ້ນ​ສຸດ​ການ​ຢ້ຽມ​ຢາມ ສ​ປ​ປ.ລາວ ຢ່າງ​ເປັນ​ທາງ​ການ

ການຢ້ຽມຢາມລວມມີ 18 ການເຄື່ອນໄຫວທີ່ແຕກຕ່າງກັນ, ໃນນັ້ນມີການ ເຈລະຈາ, ພົບປະກັບບັນດາການນຳ,ອະດີດການນຳພັກ, ລັດ, ລັດຖະບານ, ສະພາແຫ່ງຊາດລາວ. ການຢ້ຽມຢາມບັນລຸໄດ້ໝາກຜົນລະອຽດ ແລະ ຮອບດ້ານຫຼາຍຢ່າງ.
  ປະທານປະເທດ ຫວໍວັນເຖືອງສິ້ນສຸດການຢ້ຽມຢາມ ສປປ.ລາວ ຢ່າງເປັນທາງການ (ພາບ: TTXVN)  

ຕອນບ່າຍວັນທີ 11 ເມສາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ຄະນະຜູ້ແທນຂັ້ນສູງພັກ, ລັດ ຫວຽດນາມ ໄດ້ກັບມາຮອດຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມສປປ.ລາວໃນລະຫວ່າງວັນທີ 10 – 11 ເມສາ ຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດ ລາວ, ປະທານປະເທດ ສປປ.ລາວ ທອງລຸນ ສີສຸລິດຢ່າງຈົບງາມ.  

ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 10 ເມສາ, ຢູ່ນະຄອນຫຼວງວຽງຈັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ຈັດງານລ້ຽງຮອງຮັບ ທ່ານປະທານປະເທດ ຫວໍວັນເຖືອງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ທີ່ມາເຄື່ອນໄຫວຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ຕອບສຳພາດຕໍ່ສື່ມວນຊົນເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ໃຫ້ຮູ້ວ່າ: ນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດພາຍຫຼັງດຳລົງຕຳແໜ່ງປະທານປະເທດ ຂອງທ່ານຫວໍວັນເຖືອງ, ສະແດງໃຫ້ເຫັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງທີ່ສຸດໃຫ້ແກ່ການພົວພົນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ລາວ.

ການຢ້ຽມຢາມລວມມີ 18 ການເຄື່ອນໄຫວທີ່ແຕກຕ່າງກັນ, ໃນນັ້ນມີການ ເຈລະຈາ, ພົບປະ ກັບບັນດາການນຳ,ອະດີດການນຳພັກ, ລັດ, ລັດຖະບານ, ສະພາແຫ່ງຊາດລາວ. ການຢ້ຽມຢາມບັນລຸໄດ້ໝາກຜົນລະອຽດ ແລະ ຮອບດ້ານຫຼາຍຢ່າງ. ສອງຝ່າຍສືບຕໍ່ຢັ້ງຢືນຄວາມຕັດສິນໃຈພັດທະນາການພົວພັນສາມັກຄີແບບພິເສດລະຫວ່າງ ຫວຽດນາມ - ລາວເວົ້າລວມ, ກໍ່ຄືການພົວພັນຢ່າງສະໜິດແໜ້ນ ແລະ ຄວາມໄວ້ເນື້ອເຊື່ອໃຈຢູ່ໃນລະດັບສູງທີ່ສຸດລະຫວ່າງການນຳຂັ້ນສູງສອງປະເທດເວົ້າສະເພາະຢ່າງບໍຢຸດຢັ້ງ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຍູ້​ແຮງ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ນະ​ໂຍ​ບາຍ, ແຜນ​ນະ​ໂຍ​ບາຍ​ກ່ຽວ​ກັບ​ຄົນ​ພິ​ການ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຍູ້​ແຮງ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ນະ​ໂຍ​ບາຍ, ແຜນ​ນະ​ໂຍ​ບາຍ​ກ່ຽວ​ກັບ​ຄົນ​ພິ​ການ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

ຕອນບ່າຍວັນທີ 30 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ນັກຮຽນຢູ່ສູນຊ່ວຍເຫຼືອພັດທະນາການສຶກສາໃຫ້ເຊື່ອມຕົວເຂົ້າກັບວົງຄະນະຍາດ ສັງກັດວິທະຍາໄລສ້າງຄູສູນກາງ ແລະ ໂຮງຮຽນສາມັນເອກະຊົນ Hermann Gmeiner ຮ່າໂນ້ຍ.

Top