• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ ຫວໍ້ວັນ​ເຖືອງ ໃຫ້​ການ​ຕ້ອ​ນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກາ​ຊັກ​ສະ​ຖານ

ທ່ານເອກອັກຄະລັດຖະທູດ ກາຊັກສະຖານ Yerlan Baizhanov ໄດ້ຢັ້ງຢືນວ່າ ກາຊັກສະຖານຖືການພົວພັນກັບ ຫວຽດນາມ ເປັນສຳຄັນທີ່ສຸດ.
  ທ່ານປະທານປະເທດ ຫວຽດນາມ ຫວໍ້ວັນເຖືອງ ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ກາຊັກສະຖານ Yerlan Baizhanov (ພາບ: VOV)  

ຕອນເຊົ້າວັນທີ 30 ສິງຫາ ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ  ຫວຽດນາມ ຫວໍ້ວັນເຖືອງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ກາຊັກສະຖານ Yerlan Baizhanov ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ ຫວຽດນາມ.

ທ່ານປະທານປະເທດ ຫວໍ້ວັນເຖືອງ ໄດ້ສະແດງຄວາມຂອບອົກຂອບໃຈ ທ່ານເອກອັກຄະລັດຖະທູດ Yerlan Baizhanov ທີ່ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ຫວຽດນາມ ເພື່ອຈັດຕັ້ງສຳເລັດການຢ້ຽມຢາມຂອງ ທ່ານປະທານາທິບໍດີ Kassym-Jomart Tokayev. ທ່ານກໍ່ສະແດງຄວາມຍິນດີຕໍ່ທ່ານເອກອັກຄະລັດຖະທູດ Yerlan Baizhanov ທີ່ໄດ້ປະຕິບັດສຳເລັດອາຍຸການປະຕິບັດງານຢູ່ ຫວຽດນາມ, ທ່ານປະທານປະເທດ ເຊື່ອໝັ້ນວ່າ ດ້ວຍຄວາມເຂົ້າໃຈຢ່າງເລິກເຊິ່ງກວ້າງຂວາງກ່ຽວກັບວັດທະນະທຳ, ປະເທດຊາດ, ຊາວ ຫວຽດນາມ, ບໍ່ວ່າໃນຖານະຕຳແໜ່ງປະຕິບັດງານໃດກໍ່ຕາມ, ທ່ານເອກອັກຄະລັດຖະທູດ Yerlan Baizhanov ຈະສືບຕໍ່ປະກອບສ່ວນ ແລະ ເພີ່ມພູນຄູນສ້າງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ກາຊັກສະຖານຢ່າງບໍ່ຢຸດຢັ້ງ.

ສ່ວນທ່ານເອກອັກຄະລັດຖະທູດ Yerlan Baizhanov ໄດ້ຢັ້ງຢືນວ່າ ກາຊັກສະຖານຖືການພົວພັນກັບ ຫວຽດນາມ ເປັນສຳຄັນທີ່ສຸດ. ເມື່ອເຕື້ອງເຖິງການພົວພັນຮ່ວມມືລະຫວ່າງສອງປະເທດ, ທ່ານເອກອັກຄະລັດຖະທູດ ສະເໜີໃຫ້ສອງຝ່າຍຍູ້ແຮງການຮ່ວມມືໃນບັນດາຂົງເຂດທີ່ເປັນທ່າແຮງຂອງແຕ່ລະຝ່າຍ.

(ແຫຼ່ງຄັດຈາກ VOV)

ການ​ພົວ​ພັນ ຫວຽດ​ນາມ - ລາວ: ຈາກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ໄປສູ່ການ​ເຊື່ອມ​ຕໍ່​ຮອບ​ດ້ານ​ສອງ​ພື້ນ​ຖານ​ເສດ​ຖະ​ກິດ

ການ​ພົວ​ພັນ ຫວຽດ​ນາມ - ລາວ: ຈາກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ໄປສູ່ການ​ເຊື່ອມ​ຕໍ່​ຮອບ​ດ້ານ​ສອງ​ພື້ນ​ຖານ​ເສດ​ຖະ​ກິດ

ຢູ່​ລະ​ດັບ​ຍຸດ​ທະ​ສາດ, ການ​ຢ້ຽມ​ຢາມໄດ້​ມີ​ຄວາມ​ໝາຍ​ສຳ​ຄັນ​ໃນ​ການ​ສືບ​ຕໍ່​ຫັນ​ເປັນ​ລະ​ອຽດ ແລະ ນຳ​ເນື້ອ​ໃນຫຸ້ນ​ສ່ວນ​ຍຸດ​ທ​ະ​ສາດ ກາຍ​ເປັນ​ການ​ກຳ​ນົດ​ທິດ​ລຸ​ລ່ວງ​ໃນ​ການ​ການ​ພົວ​ພັນ ຫວຽດ​ນາມ - ລາວ.

Top