• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ໃຫ້​ການ​ຕ້ອນ​ຮັບ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ​ເຂົ້າຍື່ນ​ສານ​ຕາ​ຕັ້ງ

ຕອນເຊົ້າວັນທີ 13 ກໍລະກົດ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບ ເອກອັກຄະລັດຖະທູດ ຂອງບັນດາປະເທດ ໄທ, ຈີເລ, ກູບາ, ລັດເຊຍ ເຂົ້າຍື່ນສານຕາຕັ້ງ ຮັບໜ້າທີ່ທາງການທູດຢູ່ຫວຽດນາມ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບານເອກອັກຄະລັດຖະທູດ ຈີເລ Patricio Becke (ພາບ: TTXVN)

ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ໄທ ນິກອນເດັດ ພລາງກຸນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ ດ້ວຍວົງເງິນການຄ້າສອງປະເທດມີການເຕີບໂຕຢູ່ລະດັບສູງ, ຢືນອັນດັບທີໜຶ່ງຂອງ ອາຊຽນ, ນີ້ແມ່ນເງື່ອນໄຂສະດວກເພື່ອສືບຕໍ່ຊຸກຍູ້ການຮ່ວມມືສອງປະເທດ. ດັ່ງນັ້ນ, ຕ້ອງໜູນຊ່ວຍບັນດາວິສາຫະກິດຍາດແຍ່ງທ່າດີຂອງ ບັນດາສັນຍາການຄ້າເສລີ ຂອງ ອາຊຽນ, ເປັນຕົ້ນແມ່ນສັນຍາຄູ່ຮ່ວມມືຮອບດ້ານໃນພາກພື້ນ (RCEP).

        ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຈີເລ Patricio Becke, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖື ຈີເລ ເປັນເພື່ອນມິດທີ່ໃກ້ຊິດສະໜິດສະໜົມ ແລະ ມີມາເປັນເວລາ ເກືອບ 50 ປີທີ່ຜ່ານມາ (1971 - 2021). ທ່ານປະທານປະເທດ ໄດ້ສະເໜີໃຫ້ ຈີເລ ຮ່ວມມືກັບຫວຽດນາມ ມຸ່ງໄປເຖິງການເປີດປະຕູໃຫ້ແກ່ຜະລິດຕະພັນກະເສດບາງປະເພດຂອງ ແຕ່ລະປະເທດ, ສະເໜີໃຫ້ ຈີເລ ໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ ໂດຍໄວ.

        ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ກູບາ Orlando Nicolas Hernandes Guillen ,ທ່ານ ຫງວຽນຊວັນຟຸກ ໄດ້ສະເໜີໃຫ້ ທ່ານເອກອັກຄະລັດຖະທູດໃນອາຍຸການປະຕິບັດງານຂອງຕົນ ສືບຕໍ່ເອົາໃຈໃສ່ເຖິງການຮັກສາການພົບປະຂັ້ນສູງ ແລະ ທຸກຂັ້ນດ້ວຍຮູບການທີ່ເໝາະສົມ.

        ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ລັດເຊຍ Bezdetko Gennady, ທ່ານ ຫງວຽນຊວັນຟຸກ ຢັ້ງຢືນວ່າ ຫວຽດນາມ ຖືການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ລັດເຊຍເປັນສຳຄັນ ຍາມໃດກໍ່ກຳນົດວ່າ ລັດເຊຍແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ ໃນນະໂຍບາຍການຕ່າງປະເທດ ຂອງ ຕົນ, ທ່ານກໍ່ປາດຖະໜາຢາກເພີ່ມທະວີການຮ່ວມມືກັບລັດເຊຍໃນຫຼາຍຂົງເຂດໃຫ້ດີຍິ່ງກ່ວາອີກ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top