• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ມອບ​ນາມ​ມະ​ຍົດ​ວິ​ລະ​ຊົນ ໃຫ້​​ຄະ​ນະ​ຊາວ​ໜຸ່ມ​ກູ້​ຊາດ​ ແທັງ​ຮ່​ວາງ​ຢ້ຽວ

ເດືອນສິງຫາ ປີ 1944, ຕໍ່ໜ້າຄວາມຮຽກຮ້ອງຕ້ອງການຂອງປະຕິວັດ ແລະ ພາຍໃຕ້ການນຳພາຂອງພັກ, ຢູ່ເຮືອນເລກທີ 46 ຖະໜົນ ບາດດ່ານ, ເມືອງ ຮ່ວານກຽມ (ຮ່າໂນ້ຍ), ໄດ້ກຳເນີນບາງອົງການຈັດຕັ້ງມະຫາຊົນຂອງຊາວໜຸ່ມ ຮ່າໂນ້ຍ ຂຶ້ນກັບ ແນວໂຮມ ຫວຽດມິງ ດ້ວຍຊື່ວ່າ ຄະນະຊາວໜຸ່ມແທັງຮ່ວາງຢ້ຽວ.
ທ່ານ ປະທານປະເທດ ຫງວຽນຊວັນຟຸກ ມອບນາມມະຍົດວິລະຊົນ ໃຫ້ຄະນະຊາວໜຸ່ມກູ້ຊາດ ແທັງຮ່ວາງຢ້ຽວ (ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 67 ປີແຫ່ງວັນປົດປ່ອຍນະຄອນຫຼວງ (ວັນທີ 10 ຕຸລາ 1954  - 10 ຕຸລາ 2021), ຕອນບ່າຍວັນທີ 8 ຕຸລາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີຮັບນາມມະຍົດ ວິລະຊົນກຳລັງປະກອບອາວຸດປະຊາຊົນ ຂອງຄະນະຊາວໜຸ່ມກູ້ຊາດແທັງຮ່ວາງຢ້ຽວ ແລະ ລາຍການ “ຍ້ອງຍໍວຽກດີຄົນເດັ່ນ ແລະ ເຊີດຊູພົນລະເມືອງນະຄອນຫຼວງທີ່ດີເດັ່ນໃນປີ 2021” ຂອງ ນະຄອນຮ່າໂນ້ຍ. ລາຍການໄດ້ຈັດຂຶ້ນແບບໂດຍກົງ ແລະ ທາງໄກ ດ້ວຍການເຊື່ອມຕໍ່ກັບ 80 ສະຖານທີ່.

ເດືອນສິງຫາ ປີ 1944, ຕໍ່ໜ້າຄວາມຮຽກຮ້ອງຕ້ອງການຂອງປະຕິວັດ ແລະ ພາຍໃຕ້ການນຳພາຂອງພັກ, ຢູ່ເຮືອນເລກທີ 46 ຖະໜົນ ບາດດ່ານ, ເມືອງ ຮ່ວານກຽມ (ຮ່າໂນ້ຍ), ໄດ້ກຳເນີນບາງອົງການຈັດຕັ້ງມະຫາຊົນຂອງຊາວໜຸ່ມ ຮ່າໂນ້ຍ ຂຶ້ນກັບ ແນວໂຮມ ຫວຽດມິງ ດ້ວຍຊື່ວ່າ ຄະນະຊາວໜຸ່ມແທັງຮ່ວາງຢ້ຽວ. ໂດຍສືບທອດມູນເຊື້ອຂອງຄະນະຊາວໜຸ່ມໃນເມື່ອກ່ອນ, ໃນຊຸມປີຜ່ານມາ ໄວໜຸ່ມນະຄອນຫຼວງ ໄດ້ປະຈັນບານໃນທຸກແນວຮົມ, ປະກອບສ່ວນສ້າງນະຄອນຫຼວງໃຫ້ເຫັນນະຄອນປະດິດຄິດສ້າງ, ເພື່ອສັນຕິພາບ, ອະລິຍະທຳນັບພັນປີ. ທີ່ພິທີ, ໂດຍຕາງໜ້າການນຳພັກ, ລັດ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ມອບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນ ໃຫ້ຄະນະຊາວໜຸ່ມກູ້ຊາດແທັງຮ່ວາງຢ້ຽວ.

ເນື່ອງໃນໂອກາດນີ້, ນະຄອນຮ່າໂນ້ຍ ກໍ່ໄດ້ຍ້ອງຍໍຊົມເຊີຍແບບຢ່າງວຽກດີຄົນເດັ່ນ ແລະ ເຊີດຊູພົນລະເມືອງນະຄອນຫຼວງດີເດັ່ນ ປີ 2021ຈຳນວນ 9 ຄົນ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະ ສອງຝ່າຍຢູ່ນອກກອງປະຊຸມສຸດຍອດການກະທຳ ດິນຟ້າອາກາດໂລກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະ ສອງຝ່າຍຢູ່ນອກກອງປະຊຸມສຸດຍອດການກະທຳ ດິນຟ້າອາກາດໂລກ

ທ່ີການພົບປະກັບທ່ານປະທານາທິບໍດີ ຝລັ່ງ Emmanuel Macron, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງການ ພັດທະນາປະສິດທິຜົນ ຂອງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຝລັ່ງ

Top