• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ພົບ​ປະ​ກັບ ພະ​ເຈົ້າ​ຈັກ​ກະ​ພັດ​ຍີ່​ປຸ່ນ

ຕອນບ່າຍວັນທີ 28 ກັນຍາ (ຕາມເວລາ ທ້ອງຖິ່ນ), ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ພົບປະກັບ ພະເຈົ້າຈັກກະພັດຍີ່ປຸ່ນ Naruhino ເນື່ອງໃນໂອກາດເຂົ້າຮ່ວມພິທີສົບລະດັບຊາດທ່ານອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo.
  ທ່ານປະທານປະເທດ ຫງວຽນຊວັນຟຸກ ພົບປະກັບ ພະເຈົ້າຈັກກະພັດຍີ່ປຸ່ນ Naruhino (ພາບ: AFP)  

ທີ່ການພົບປະ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສະແດງຄວາມຊົມເຊີຍຕໍ່ການພັດທະນາຢ່າງແຮງ, ຮອບດ້ານ ແລະ ແທດຈິງ ຂອງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກວ້າງຂວາງລະຫວ່າງສອງປະເທດໃນບັນດາຂົງເຂດ, ພ້ອມທັງສະແດງໃຫ້ເຫັນຄວາມເຄົາລົບ ແລະ ສະແດງຄວາມຮູ້ບຸນຄຸນ ຕໍ່ ຍີ່ປຸ່ນ ເຊິ່ງເປັນປະເທດທຳອິດໜູນຊ່ວຍ ວັກຊິນ ໃຫ້ ຫວຽດນາມ ແລະ ຫຼາຍວັດຖຸອຸປະກອນການແພດໃນການປ້ອງກັນຕ້ານໂຄວິດ - 19. ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສົ່ງຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ແລະ ໃນນາມສ່ວນຕົນຂອງທ່ານ ໄດ້ເຊື້ອເຊີນ ພະເຈົ້າຈັກກະພັດຍີ່ປຸ່ນ ແລະ ພະມະເຫສີ ມາຢ້ຽມຢາມ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ຍີ່ປຸ່ນໃນປີ 2023, ທ່ານກໍ່ຢັ້ງຢືນວ່າ ນີ້ຈະແມ່ນເຫດການທີ່ມີຄວາມໝາຍອັນຍິ່ງໃຫຍ່ຕໍ່ການພົວພັນລະຫວ່າງສອງປະເທດ.

ສ່ວນ ພະເຈົ້າຈັກກະພັດ ຍີ່ປຸ່ນ ໄດ້ສະແດງຄວາມຂອບອົກຂອບໃຈ ທ່ານປະທານປະເທດ ຫງວຽນຊວັນຟຸກ ນຳໜ້າຄະນະຜູ້ແທນຂັ້ນສູງເຂົ້າຮ່ວມ ພິທີສົດລະດັບຊາດ, ທ່ານກໍ່ຖືວ່າ ນີ້ແມ່ນການຮັບຮູ້ພິເສດ ຕໍ່ການປະກອບສ່ວນຂອງທ່ານອະດີດນາຍົກລັດຖະມົນຕີ Abe ເຂົ້າໃນການພັດທະນາການພົວພັນ ຫວຽດນາມ - ຍີ່ປຸ່ນ.

(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top