• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດຫວຽດ​ນາມ ເລືອງ​ເກື່ອງ ເຈ​ລະ​ຈ​າ​ກັບ ​ປະ​ທາ​ນາ​ທິ​ບໍ​ດີ ບຸນ​ກາ​ຣີ

ຕອນເຊົ້າວັນທີ 25 ພະຈິກ, ຢູ່ທຳນຽບປະທານປະເທດ (ຮ່າໂນ້ຍ), ພາຍຫຼັງພິທີຕ້ອນຮັບ ຢ່າງສົມກຽດ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ເຂົ້າຮ່ວມການເຈລະຈາກັບທ່ານປະທານາທິບໍດີ ບຸນກາຣີ Rumen Radev.
ທ່ານປະທານປະເທດ ເລືອງເກື່ອງ ເຂົ້າຮ່ວມການເຈລະຈາກັບທ່ານປະທານາທິບໍດີ ບຸນກາຣີ Rumen Radev

ທີ່ການພົບປະ, ທ່ານປະທານປະເທດເລືອງເກື່ອງ ໄດ້ເນັ້ນໜັກວ່າ ການຢ້ຽມຢາມຫວຽດນາມ ຂອງທ່ານປະທານາທິບໍດີ Rumen Radev ກ່ອນເຫດການສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1950 - 2025) ໃນປີ 2025 ຂອງສອງປະເທດແມ່ນເຫດການສຳຄັນ, ຍົກສູງ ແລະ ປະກອບສ່ວນນຳການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານອັນດີງາມລະຫວ່າງຫວຽດນາມ - ບຸນກາຣີ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ.

ການນຳສອງປະເທດໄດ້ແລກປ່ຽນຢ່າງເລິກເຊິ່ງກວ້າງຂວາງບັນດາການກຳນົດທິດໃຫຍ່ ແລະ ບັນດາມາດຕະການລະອຽດເພື່ອແນໃສ່ເພີ່ມທະວີການຮ່ວມມື ແລະ ຍົກລະດັບການພົວພັນໃນໄລຍະຈະມາເຖິງ. ກ່ຽວກັບການເມືອງ - ການຕ່າງປະເທດ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການພົບປະ ແລະ ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ, ໃນທຸກຊ່ອງທາງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະ ພົວພັນແລກປ່ຽນປະຊາຊົນ ເພື່ອແນໃສ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ຄວາມເຂົ້າໃຈເຊິ່ງກັນແລະກັນ, ເປັນພື້ນຖານເປີດກວ້າງການຮ່ວມມືສອງຝ່າຍໃນທຸກຂົງເຂດ.

ກ່ຽວກັບການຄ້າ - ການລົງທຶນ, ການນຳສອງຝ່າຍໄດ້ຢັ້ງຢືນວ່ານີ້ແມ່ນເສົາຄ້ຳສຳຄັນໃນການພົວພັນສອງຝ່າຍ, ເຫັນດີເປັນເອກະພາບເສີມຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວໃຫ້ດີຍິ່ງຂຶ້ນ; ເພີ່ມທະວີການຮ່ວມມືລົງທຶນໃນບັນດາຂົງເຂດ ທີ່ເປັນທ່າແຮງຂອງບຸນກາຣີຄື: ເຕັກໂນໂລຢີຂໍ້ມູນຂ່າວສານ, ອຸດສາຫະກຳສະໜັບສະໜູນ…

ໂດຍເຫັນດີກັບບັນດາຂໍ້ສັງເກດ ແລະ ຂໍ້ສະເໜີຂອງທ່ານປະທານປະເທດ ເລືອງເກື່ອງ, ທ່ານປະທານາທາບໍດີ ບຸນກາຣີ Rumen Radev ຖືວ່າ ດ້ວຍຜົນງານໃນການພັດທະນາເສດຖະກິດ, ຖານະບົດບາດດ້ານການເມືອງທີ່ນັບມື້ນັບສູງຂຶ້ນ, ຫວຽດນາມ ແມ່ນປັດໄຈສຳຄັນຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້; ທ່ານຢັ້ງຢືນວ່າ ບຸນກາຣີ ຖືຫວຽດນາມແມ່ນຄູ່ຮ່ວມມືສຳຄັນຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ປາດຖະໜາຢາກຍູ້ແຮງການຮ່ວມມືກັບ ຫວຽດນາມໃນທຸກຂົງເຂດ; ທ່ານໃຫ້ຄຳໝັ້ນສັນຍາວ່າ ບຸນກາຣີ ດ້ວຍທີ່ຕັ້ງພູມີສາດການເມືອງທີ່ສຳຄັນ ພ້ອມແລ້ວທີ່ຈະເປັນຂົວເຊື່ອມຕໍ່ເພື່ອໃຫ້ ຫວຽດນາມ ເຂົ້າຕະຫຼາດ EU.

ເນື່ອງໃນໂອກາດນີ້, ສອງຝ່າຍໄດ້ອອກຖະແຫຼງການຮ່ວມຢັ້ງຢືນບັນດາຄຳໝັ້ນສັນຍາຂອງການນຳຂັ້ນສູງສອງປະເທດໃນການຍູ້ແຮງການຮ່ວມມືໃນບັນດາຂົງເຂດເຊິ່ງເປັນທ່າແຮງ ແລະ ສອງຝ່າຍມີຄວາມຕ້ອງການ.

ຖະແຫຼງການຮ່ວມ ຫວຽດນາມ - ບຸນກາຣີ ເນັ້ນໜັກເຖິງຄຳໝັ້ນສັນຍາຂອງສອງຝ່າຍກ່ຽວກັບການຍູ້ແຮງການຮ່ວມມືໃນຫຼາຍຂົງເຂດທີ່ແຕກຕ່າງກັນລວມມີ: ວິທະຍາສາດ - ເຕັກໂນໂລຢີ, ການສຶກສາ - ບຳລຸງສ້າງ, ວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ, ການຮ່ວມມືທ້ອງຖິ່ນ…ພ້ອມທັງຕີລາຄາສູງການປະກອບສ່ວນຂອງປະຊາຄົມຊາວຫວຽດນາມອາໄສຢູ່ ບຸນກາຣີ ເຂົ້າໃນການຮັດແໜ້ນການພົວພັນມິດຕະພາບ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາການພົວພັນຮ່ວມມືເສດຖະກິດ - ການຄ້າ ແລະ ການລົງທຶນລະຫວ່າງສອງປະເທດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ທິດ​ສະ​ດີ ແລະ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ທິດ​ສະ​ດີ ແລະ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ

ທ່ານ​ ຫງວຽນ​ຊວັນຖັງ ປະ​ທານ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ ຫວຽດ​ນາມ ຢັ້ງ​ຢື​ນ​ວ່າ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ສະ​ໜັບ​ສະ​ໜູນ​ລາວ​ໃນ​ພາ​ລະ​ກິດ​ແຫ່ງ​ການ​​ສ້າງສາ, ພັດ​ທ​ະ​ນາ​ປະ​ເທດ​ຊາດ.

Top