ຂ່າວສານ
ປະຊາຊົນມີຄວາມເຊື່ອໝັ້ນ ແລະ ຄາດຫວັງຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ

ພະນັກງານ, ສະມາຊິກພັກ ແລະ ປະຊາຊົນໃນທົ່ວປະເທດພວມມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ດ້ວຍຄວາມເຊື່ອໝັ້ນ ແລະ ຄາດຫວັງກ່ຽວກັບບັນດາການກຳນົດທິດ, ລັດຖະນະໂຍບາຍທີ່ຖືກຕ້ອງ ສ້າງບາດກ້າວບຸກທະລຸໃຫ້ການພັດທະນາຂອງປະເທດຊາດໃນອາຍຸການຈະມາເຖິງ, ທ່ານ ນາງຮອງສາດສະດາຈານ, ປ.ອ ດັ້ງກິມວຸຍ, ອະດີດອຳນວຍການ ມະຫາວິທະຍາໄລ ທ໊າຍງວຽນເນັ້ນໜັ້ກວ່າ:
ເອກະສານໄດ້ກະກຽມຢ່າງລອບຄອບຖີ່ຖ້ວນ ແລະ ໄດ້ຮັບການປະກອບສ່ວນຈາກຫຼາຍພາກສ່ວນ. ການຄັດເລືອກບຸກຄະລາກອນໃນຄັ້ງນີ້ໄດ້ປະຕິບັດ ຕາມມະຕິເລກທີ 35 ຂອງກົມການເມືອງຢ່າງມີແບບມີແຜນກ່ວາ ແລະ ໄດ້ດຳເນີນສ້າງ ແຜນຮ່າງພົນລະເຮືອນຕາມ 5 ຂັ້ນຕອນ ແລະ ປະຊາຊົນ, ມະຫາຊົນກໍ່ມີຄວາມເຊື່ອໝັ້ນຕໍ່ການກະກຽມຢ່າງລະອຽດລະອໍ ແລະ ມີແບບມີແຜນຄືແນວນີ້, ນັ້ນແມ່ນບັນດາປັດໄຈຕັດສິນຊີ້ຂາດຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ.
(ແຫຼ່ງຄັດຈາກ VOV)