• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ຊາ​ຄົມ ຊາວ ຫວຽດ​ນາມ ອາ​ໄສ ຢູ່​ສິງ​ກະ​ໂປ ຕ້ອນ​ຮັບ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ​ປີ​ສະຫຼູດ້ວຍ​ຄວາ​ມອ​ົບ​ອຸ່ນ

ຕອນຄ່ຳວັນທີ 6 ກຸມພາ, ສະຖານທູດ ຫວຽດນາມ ປະຈຳ ສິງກະໂປ ໄດ້ຈັດຕັ້ງການຕ້ອນຮັບບຸນປີໃໝ່ປະຈຳຊາດ ຕ້ອນຮັບລະດູບານໃໝ່ປີສະຫຼູ 2021 ໂດຍມີການເຂົ້າຮ່ວມຂອງພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສ ຢູ່ ສິງກະໂປ, ພ້ອມດ້ວຍໝູ່ຄະນະບັນດາສຳນັກງານຜູ້ຕາງໜ້າ, ຊາວຫວຽດນາມ ດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ປະເທດປະຈຳຖິ່ນ.
ປະຊາຄົມ ຊາວ ຫວຽດນາມ ອາໄສ ຢູ່ສິງກະໂປ ຕ້ອນຮັບບຸນປີໃໝ່ປະຈຳຊາດປີສະຫຼູດ້ວຍຄວາມອົບອຸ່ນ (ພາບ: TTXVN)

ກ່າວຄຳເຫັນທີ່ພິທີ, ທ່ານນາງ ຕ່າວທິແທັງເຮືອງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງກະໂປ ໄດ້ແຈ້ງໃຫ້ຊາບກ່ຽວກັບຜົນງານເຊິ່ງ ຫວຽດນາມ ບັນລຸໄດ້ໃນປີ 2020 ໃນສະພາບການໂລກ ແລະ ພາກພື້ນ ຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດ ໂຄວິດ - 19. ທ່ານນາງ ເອກອັກຄະລັດຖະທູດ ຕ່າວທິແທັງເຮືອງ ກໍ ຢັ້ງຢືນວ່າ ໃນສະພາບການໂລກລະບາດ, ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສິງກະໂປ ຍັງສືບຕໍ່ໄດ້ຮັບການເພີ່ມທະວີ ແລະ ພັດທະນານາ. ສອງປະເທດໄດ້ຮ່ວມມືກັນຢ່າງແໜ້ນແຟ້ນໃນການປະຕິບັດບັນດາໜ້າທີ່ເປັນປະທານ ອາຊຽນ 2020 ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ, ພິເສດ, ຮ່ວມມືກັນຢ່າງແໜ້ນແຟ້ນໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ປຶກສາຫາລືກ່ຽວກັບການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ. ທ່ານນາງ ຕ່າວທິແທັງເຮືອງ ກໍຕີລາຄາສູງການປະກອບສ່ວນຂອງປະຊາຄົມຊາວ ຫວຽດນາມ ທີ່ມີຕໍ່ບ້ານເກີດເມືອງນອນ, ປະເທດຊາດ ແລະ ການພົວພັນຮ່ວມມື ຫວຽດນາມ - ສິງກະໂປ.
(ແຫຼ່ງຄັດຈາກ VOV)
 

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top