• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະເທດ ອາເມລິກາ ກ່ອນວັນເລືອກຕັ້ງສະພາແຫ່ງຊາດກາງສະໄໝອາຍຸການ 2022 ໜຶ່ງວັນ

ທ່ານປະທານາທິບໍດີ Joe Biden ແລະ ທ່ານອະດີດປະທານາທິບໍດີ Donald Trump ຍັງສືບຕໍ່ມານະພະຍາຍາມຂົນຂວາຍຜູ້ມີສິດເລືອກຕັ້ງ ປ່ອນບັດໃຫ້ບັນດາຜູ້ສະໝັກເລືອກຕັ້ງຂອງພັກຕົນ.
  ຜູ້ມີສິດເລືອກຕັ້ງ ອາເມລິກາ ໄປປ່ອນບັດກ່ອນກຳນົດເວລາ (ພາບ: Getty)  

ການເລືອກຕັ້ງກາງສະໄໝຂອງສະພາແຫ່ງຊາດ ອາເມລິກາ ຈະດຳເນີນໃນວັນທີ 08 ພະຈິກ (ຕາມເວລາ ອາເມລິກາ). ກ່ອນໜ້ານັ້ນ, ຜູ້ມີສິດເລືອກຕັ້ງ ອາເມລິກາ ກວ່າ 40 ລ້ານຄົນໄດ້ໄປປ່ອນບັດກ່ອນກຳນົດເວລາ ຜ່ານທາງອອນລາຍ ຫຼື ທາງໄປສະນີກ່ອນວັນເລືອກຕັ້ງຄັ້ງໃຫຍ່. ທຸກລັດໃນທົ່ວປະເທດ ອາເມລິກາ ໄດ້ຈັດການປ່ອນບັດເລືອກຕັ້ງໃນເບື້ອງຕົ້ນ ເພື່ອເລືອກເອົາຜູ້ຕາງໜ້າໃຫ້ພັກຂອງຕົນ ອອກສະໝັກເລືອກຕັ້ງໃນວັນເລືອກຕັ້ງຄັ້ງໃຫຍ່, ເວັ້ນແຕ່ລັດ Lousiana (ລັດນີ້ຈະຈັດການເລືອກຕັ້ງເບື້ອງຕົ້ນຊ້າກວ່າ). ໃນການເລືອກຕັ້ງປີນີ້, ປະເທດ ອາເມລິກາ ຈະເລືອກຕັ້ງທີ່ນັ່ງລັດຖະສະພາສູງສະຫະລັດໃໝ່ 35 ທີ່ນັ່ງ; ເລືອກຕັ້ງທີ່ນັ່ງສະມາຊິກສະພາຕ່ຳທັງໝົດ 435 ທີ່ນັ່ງ; ຜູ້ວ່າການລັດ 36 ທີ່ນັ່ງ…

ກ່ອນວັນເລືອກຕັ້ງຄັ້ງໃຫຍ່ໜຶ່ງວັນ, ທ່ານປະທານາທິບໍດີ Joe Biden ແລະ ທ່ານອະດີດປະທານາທິບໍດີ Donald Trump ຍັງສືບຕໍ່ມານະພະຍາຍາມຂົນຂວາຍຜູ້ມີສິດເລືອກຕັ້ງ ປ່ອນບັດໃຫ້ບັນດາຜູ້ສະໝັກເລືອກຕັ້ງຂອງພັກຕົນ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ເປັນປະທານພິທີຕ້ອນຮັບປະທານາທິບໍດີ ສະວິດ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ເປັນປະທານພິທີຕ້ອນຮັບປະທານາທິບໍດີ ສະວິດ

ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ທ່ານປະທານາທິບໍດີ ສະວິດ Guy Parmelin, ພ້ອມກັບຄະນະຜູ້ແທນຂັ້ນສູງສອງປະເທດ ໄດ້ດຳເນີນການພົບປະເຈລະຈາ

Top