• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະເທດຊາດ ຢາກໃຫ້ປະຊາຊົນແຕ່ລະຄົນ ຮ່ວມແຮງຮ່ວມໃຈ, ປະກອບກຳລັງເຫື່ອແຮງໃນບັ້ນປ້ອງກັນສະກັດກັ້ນໂລກລະບາດໂຄວິດ 19

      ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ທຸກວິສາຫະກິດ, ອົງການຈັດຕັ້ງ, ຜູ້ໃຈບຸນໃຈກຸສົນ ຈົ່ງມີການກະທຳ ແລະ ມີຄວາມຮັບຜິດຊອບເພື່ອປະເທດຊາດ ເພື່ອປະຊາຊົນ
 
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ພິທີ
      ຕອນເຊົ້າວັນທີ 27 ພຶດສະພາ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດຕັ້ງ ພິທີປຸກລະດົມການບໍລິຈາກສະຫນັບສະຫນູນການປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ 19. ເຂົ້າຮ່ວມ ແລະກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ທຸກວິສາຫະກິດ, ອົງການຈັດຕັ້ງ, ຜູ້ໃຈບຸນໃຈກຸສົນ ຈົ່ງມີການກະທຳ ແລະ ມີຄວາມຮັບຜິດຊອບເພື່ອປະເທດຊາດ ເພື່ອປະຊາຊົນ.
ປະເທດຊາດ ຢາກໃຫ້ປະຊາຊົນແຕ່ລະຄົນ ຮ່ວມແຮງຮ່ວມໃຈ, ປະກອບກຳລັງເຫື່ອແຮງໃນບັ້ນປ້ອງກັນສະກັດກັ້ນໂລກລະບາດໂຄວິດ 19. ໃນຈຸດເວລາຫຍຸ້ງຍາກທີ່ສຸດ ກໍ່ແມ່ນໂອກາດເພື່ອໃຫ້ປະຊາຊົນແຕ່ລະຄົນສະແດງໃຫ້ເຫັນຈິດໃຈຮັກຊາດ ຄວາມສາມັກຄີ ພ້ອມກັນມີການກະທຳ ແລະ ມີຄວາມຮັບຜິດຊອບເພື່ອ ປະເທດຊາດ ເພື່ອປະຊາຊົນ. ຂ້າພະເຈົ້າຮຽກຮ້ອງປະຊາຊົນທຸກຊັ້ນວັນນະ ບັນດາວິສາຫະກິດໃນທຸກພາກສ່ວນເສດຖະກິດ, ອົງການຈັດຕັ້ງ ແລະປະຊາຊົນໃນທົ່ວປະເທດ, ຊາວຫວຽດນາມ ອາໄສຢູ່ ຕ່າງປະເທດ, ບັນດາສາສະຫນາ ເພື່ອນມິດ ແລະ ປະຊາຊົນບັນດາປະເທດ ອີງຕາມເງື່ອນໄຂ ແລະ ຄວາມສາມາດຂອງຕົນ, ເຂົ້າຮ່ວມການປະກອບສ່ວນ ບໍລິຈາກສະຫນັບສະຫນູນນັບທັງດ້ານວັດຖຸ ແລະ ຈິດໃຈ ເພື່ອພ້ອມກັບທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ຍູ້ໂລກລະບາດໃຫ້ຖອຍໄປ
ທີ່ພິທີປຸກລະດົມ, ບັນດາວິສາຫະກິດ ຜູ້ໃຈບຸນໃຈກຸສົນ ໄດ້ສະຫນັບສະຫນູນ, ຈົດທະບຽນສະຫນັບສະຫນູນຈຳນວນເງິນກວ່າ 2.700 ຕື້ດົ່ງ.
 (ແຫຼ່ງຄັດຈາກ VOV)

ຫວຽດນາມ ຍົກອອກ 3 ຂໍ້ສະເໜີແນະນະໂຍບາຍທີ່ກອງປະຊຸມລັດຖະມົນຕີ UNCTAD

ຫວຽດນາມ ຍົກອອກ 3 ຂໍ້ສະເໜີແນະນະໂຍບາຍທີ່ກອງປະຊຸມລັດຖະມົນຕີ UNCTAD

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຮັ່ງ ຕີລາຄາວ່າ ໂລກພວມຢືນຢູ່ຕໍ່ໜ້າບັນດາການຫັນປ່ຽນມີລັກສະນະບາດລ້ຽວດ້ານເສດຖະກິດ, ເຕັກໂນໂລຊີ ແລະ ພູມສາດການເມືອງ…

Top