• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານ​ສະ​ພາ​ແຫ່ງ​ຊາດ: ບັນດາ​ຄະ​ນະ​ຕິດ​ຕາມກວດ​ກາ​ຕ້ອງ​ມີ​​ໄຫວ​ພິບ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ

ຕອນເຊົ້າວັນທີ 27 ສິງຫາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ເປັນປະທານການປະຊຸມເພື່ອກະກຽມໃຫ້ແກ່ການຜັນຂະຫຍາຍ 2 ຫົວເລື່ອງ ຕິດຕາມກວດກາສູງທີ່ສຸດຂອງສະພາແຫ່ງຊາດ ແລະ 2 ຫົວເລື່ອງເພື່ອຕິດຕາມກວດກາຄະນະປະຈຳສະພາແຫ່ງຊາດ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ໂດຍປະກອບຄຳເຫັນໃສ່ຮ່າງແຜນການ, ໂຄງຮ່າງ ບັນດາໂຄງການຕິດຕາມກວດກາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ຊີ້ແຈ້ງວ່າ ບັນດາຫົວເລື່ອງຕິດຕາມກວດກາ ຂອງສະພາແຫ່ງຊາດ ແລະ ຄະນະປະຈຳສະພາແຫ່ງຊາດ ມີຂອບເຂດທີ່ກວ້າງຂວາງ, ດັ່ງນັ້ນ, ຕ້ອງກຳນົດເປົ້າໝາຍຢ່າງຈະແຈ້ງ, ຄຳຮຽກຮ້ອງຂອງແຕ່ລະຫົວເລື່ອງ ເພື່ອຕິດຕາມກວດກາ, ຈາກນັ້ນ ກຳນົດໄດ້ຂອບເຂດ, ເປົ້າໝາຍ ແລະ ຂົງເຂດຈຸດສຸມຕ້ອງດຳເນີນການຕິດຕາມກວດກາ. ໃນສະພາບການໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນຢູ່ບາງທ້ອງຖິ່ນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ຮຽກຮ້ອງໃຫ້ບັນດາຄະນະຕິດຕາມກວດກາຕ້ອງມີໄຫວພິບທີ່ສຸດ ໃນການຈັດຕັ້ງປະຕິບັດ. ພ້ອມທັງຕ້ອງມອບໜ້າທີ່ຢ່າງຈະແຈ້ງທີ່ສຸດ, ມີຜູ້ຮັບຜິດຊອບ, ສົມທົບກັບບັນດາອົງການຢ່າງແໜ້ນແຟ້ນ. ຄາດວ່າ ບັນດາເນື້ອໃນໂຄງການຕິດຕາມນີ້ ຈະສືບຕໍ່ໄດ້ຮັບການສ້າງໃຫ້ສຳເລັດຜົນເພື່ອຍືນສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດ ກ່ຽວກັບກອງປະຊຸມເດືອນ ກັນຍາຈະມາເຖິງ.
(ແຫຼ່ງຄັດຈາກ VOV)

ເປີດ​ນຳ​ໃຊ້​ໂຮງ​ງານ​ໄຟ​ຟ້າ LNG ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ: ຕັ້ງ​ພື້ນ​ຖານ​ໃຫ້​ແກ່​ຕະຫຼາດ​ໄຟ​ຟ້າ​ອາຍ​ແກັດ​ຂອງ​ປະ​ເທດ​ຊາດ

ເປີດ​ນຳ​ໃຊ້​ໂຮງ​ງານ​ໄຟ​ຟ້າ LNG ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ: ຕັ້ງ​ພື້ນ​ຖານ​ໃຫ້​ແກ່​ຕະຫຼາດ​ໄຟ​ຟ້າ​ອາຍ​ແກັດ​ຂອງ​ປະ​ເທດ​ຊາດ

ຕອນເຊົ້າວັນທີ 14 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເປີດນຳໃຊ້, ເປີດການບໍລິການການຄ້າສຳລັບໂຮງງານໄຟຟ້າ ເຍິນແຈກ 3 ແລະ ໂຮງງານໄຟຟ້າ ເຊີນແຈກ 4 ຢູ່ແຂວງ ດົ່ງນາຍ.

Top